ການຮ່ວມມືລະຫວ່າງກະຊວງການ ຕ່າງປະເທດຫວຽດນາມ - ກຸຍບາ

ການຮ່ວມມືລະຫວ່າງກະຊວງການ ຕ່າງປະເທດຫວຽດນາມ - ກຸຍບາ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ Pham Binh Minh
ແລະ ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດສ.ກຸຍ​ບາ
( ພາບ: vietnamplus.vn )


(vovworld) –     ຕອນ​ຄໍ່າ​ວັນ​ທີ 9/7, ຢູ່​ຮ່າ​ໂນ້ຍ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສັນ​ຖະວະ​ໄມຕີຫວຽດນາມ ຂອງ​ທ່ານປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ ສ.​ກຸຍບາ, ເລຂາ​ທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກຸຍບາ Raul Castro, ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດສ.ກຸຍ​ບາ Brono Rodriguez Parrilla ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh. ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນ Pham Binh Minh ​ໄດ້​ຢືນຢັນ​ວ່າ ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ກະຊວງ​ການ​ຕ່າງປະ​ເທດ​ກຸຍ​ບາ ຢ່າງ​ແໜ້ນ​ແຟ້ນ, ປະຕິບັດ​ບັນດາ​ທິດ​ທາງ​ໃຫຍ່​ຢ່າງຕັ້ງໜ້າ ເຊິ່ງ​ການ​ນ​ຳຂັ້ນ​ສູງ​ຂອງສອງ​ປະ​ເທດ​​ໄດ້ເຫັນດີ​​ເປັນ​ເອກະ​ພາບໃນ​ບັນດາການ​ໂອ້​ລົມ​ສົນທະນາ ​ແລະ ພົບ​ປະ​ເຈລະຈາ​ ​ເພື່ອ​ແນ​ໃສ່​ເພີ່ມທະວີ​ສາຍ​ພົວພັນ​ອັນ​ດີງາມລະຫວ່າງ​ຫວຽດນາມ ​ແລະ ກຸຍ​ບາ ຢ່າງ​ຮອບດ້ານ. ລັດຖະມົນຕີ​ວ່າການ​ທັງສອງ​ທ່ານ ​ໄດ້​ແລກປ່ຽນ, ​ເປັນ​​ເອກະ​ພາບ​ນຳ​ກັນ​ໃນ​ບັນດາມາດ​ຕະການ​​ສົມທົບ​ກັນ​ເພີ່ມ​ທະວີ​ການ​ຢ້ຽມຢາມ, ການ​ພົບ​ປະ​ຂັ້ນ​ສູງ ​ແລະ ຊຸກຍູ້​ການ​ແລກປ່ຽນ​ຄະນະຜູ້​ແທນ​ທຸກ​ຂັ້ນ​ລະຫວ່າງ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ, ກະຊວງ, ຂະ​ແໜງ​ການ ​ແລະ ບັນດາ​ອົງການ​ການ​ເມືອງ​ສັງຄົມ​ຂອງ​ສອງ​ປະ​ເທດ. ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ດຳ​ເນີນ​ວາລະ​ຄົ້ນ​ຄວ້າປຶກສາ​ຫາລືການ​ເມືອງ​ປະຈຳ​ປີ​ໃນ​ທ້າຍ​ປີ 2012 ຢູ່ La Habana (ກຸຍ​ບາ).

ຂ່າວ/ບົດ​ອື່ນ