ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ລອງໂຄດ
(ພາບ: Trọng Đức/TTXVN)
(vovworld) – ຕອນບ່າຍວັນທີ 21/1, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ, ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈຳຊາດ ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ລອງໂຄດ ຂຶ້ນກັບຕາແສງ ທ໋າຍບີ່ງຈູງ, ເມືອງ ຫວີງຮືງ, ແຂວງ ລອງອານ, ເນື່ອງໃນໂອກາດປີໃໝ່ປະຈຳຊາດ ປີມະເມຍ 2014. ນະທີ່ນີ້, ທ່ານ ເລຮົ່ງແອງ ຢືນຢັນຄວາມສາມັກຄີດ, ການສະໜິດຕິດພັນລະຫວ່າງທະຫານປ້ອງກັນຊາຍແດນ ກັບປະຊາຊົນ ແລະ ອຳນາດການປົກຄອງທ້ອງຖີ່ນ, ປະກອບສ່ວນພັດທະນາເສດຖະກິດ, ວັດທະນະທຳສັງຄົມ, ຍົກສູງຊີວິດການເປັນຢູ່, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກໃນປອດໄພໃນເຂດຊາຍແດນ. ຜ່ານນັ້ນ, ໄດ້ປະກອບສ່ວນຮັກສາຜືນແຜ່ນດິນອັນຄົບຖ້ວນ, ອະທິປະໄຕ, ຄວາມສະຫງົບເຂດຊາຍແດນ. ທ່ານ ເລຮົ່ງແອງ ໄດ້ສະເໜີໃຫ້ພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນ ຍົກສູງຈິດໃຈລະວັງຕົວເປັນປະຈຳ, ຮັບມືກັບທຸກໆສະຖານະການເພື່ອປົກປ້ອງຄວາມສະຫງົບ, ອະທິປະໄຕເຂດຊາຍແດນ, ຜືນແຜ່ນດິນຢ່າງມີໄຊ.