ການຮ່ວມມືລະຫວ່່າງຫວຽດນາມແລະTimorLesteມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ

ການຮ່ວມມືລະຫວ່່າງຫວຽດນາມແລະTimorLesteມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ
ຕ້ອນຮັບທ່ານ Constancio da conceicao Pinto
(ພາບ: PhuongHoa)

(vovworld) – ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ Timor Leste ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈູງ​ຫາຍ ​ໄດ້ຢືນຢັນ​ຄື​ດັ່ງກ່າວ​ໃນ​ວັນ​ທີ 21/12, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ສິ່ງ​ແວດ​ລ້ອມ Timor Leste ​ໂດຍ​ທ່ານ​ລັດຖະມົນຕີ​ Constancio da conceicao Pinto ນຳ​ໜ້າ, ຊຶ່ງ​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ຫວຽດນາມ ​ຂອງ​ທ່ານ​ລັດຖະມົນຕີ Constancio da conceicao Pinto ພ້ອມ​ດ້ວຍ​ຄະນະ ຈະ​​ເປັນ​ຂີດ​ໝາຍ​ໃໝ່​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ. 2 ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ແງ່​ຫວັງຮ່ວມ​ມື​ຫລາຍ​ຢ່າງ ​ໃນ​ບັນດາ​ຂົງ​ເຂດ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ, ພະລັງງານ, ​ໂທລະ​ຄົມມະນາຄົມ, ສາທາລະນະ​ສຸກ ​ແລະ ການ​ສຶກສາ. ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ສິ່ງ​ແວດ​ລ້ອມ Timor Leste ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ຂອງ​ລັດຖະບານ Timor Leste; ພ້ອມ​ທັງ ສະ​ເໜີ​ການ​ຮ່ວມ​ມື​ ​ລະອຽດບາງ​ຢ່າງ​ ໃນ​ບັນດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ເລື່ອງ ຫວຽດນາມ ສະໜັບສະໜູນ Timor Leste ​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ, ສົ່ງ​ນັກ​ຊ່ຽວຊານ​​ໄປ​ຊ່ວຍ​ເຫຼືອ Timor Leste ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ວັດທະນະທຳ.

        ​ແລະ​ໃນ​ວັນ​ດຽວ​ກັນ, ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວຽດນາມ ​ແລະ ກະຊວງ​ການ​ຄ້າ ອຸດສາຫະກຳ ​ແລະ ສິ່ງ​ແວດ​ລ້ອມ ສາທາລະນະ​ລັດ ປະຊາທິປະ​ໄຕ Timor Leste ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບການ​ຄ້າ​ຂາຍເຂົ້າສານ.

ຂ່າວ/ບົດ​ອື່ນ