ການແລກປ່ຽນບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍ
|
(vovworld)- ວັນທີ 28/3, ຢູ່ ຮ່າໂນ້ຍ, ສະຖາບັນຄົ້ນຄ້ວາ ອາຟຼິກາ ແລະ ຕາເວັນອອກກາງ ແລະ ສູນຄົ້ນຄ້ວາວິທະຍາສາດ ສັງຄົມ ລາຊະອານາຈັກ ມາຣົກ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ເພື່ອແນໃສ່ສ້າງຕັ້ງ ແລະ ປັບປຸງການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານວິທະຍາສາດ ກ່ຽວກັບບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງການພົວພັນສາກົນ, ນະໂຍບາຍການຕ່າງປະເທດ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ທົ່ວໂລກ, ພັດທະນາເສດຖະກິດການເມືອງ ແລະ ວັດທະນະທຳສາກົນ . ຕາມນັ້ນແລ້ວ, ໄລຍະຈະມາເຖິງ ສອງຝ່າຍຈະສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນບັນດາໝາກຜົນການຄົ້ນຄ້ວາ ແລະ ບັນດາສິ່ງພິມວິທະຍາສາດຊື່ງສອງຝ່າຍມີຄວາມສົນໃຈທີ່ໄດ້ພິມຈຳຫນ່າຍຫລືລົງໃນຫນ້າເວັບ. ສອງອົງການພ້ອມກັນດຳເນີນການທາບທາມຄຳເຫັນກ່ຽວກັບຄວາມສາມາດຈັດຕັ້ງກອງປະຊຸມ, ການສຳມະນາໂຕະມົນ, ການພົບປະສົນທະນາດ້ານວິທະຍາສາດ, ບັນດາການປະຊຸມ ແລະ ວາລະປຶກສາຫາລືໝູນວຽນ ຢູ່ ມາຣົກ ແລະ ຫວຽດນາມ. ກ່ຽວກັບຄວາມສາມາດຈັດຕັ້ງບັນດາການເຄື່ອນໄຫວວິທະຍາສາດທີ່ຄ້າຍຄືກັນໂດຍມີການເຂົ້າຮ່ວມຂອງຝ່າຍ ສາມ ພ້ອມກັນສ້າງເງື່ອນໄຂໃຫ້ແກ່ການແລກປ່ຽນນັກຮຽນຮູ້, ນັກຊ່ຽວຊານ ແລະ ບັນດານັກຄົ້ນຄ້ວາຂອງສອງຝ່າຍ.