ການາດາ ເລີ່ມຕົ້ນການສືບສວນສາເຫດຂອງເຫດລະເບີດເຮືອດຳນ້ຳ Titan

(VOVWORLD) -ວັນທີ 24 ມິຖຸນານີ້ ເຈົ້າໜ້າທີ່ ການາດາ ໄດ້ເປີດການສືບສວນ ກ່ຽວກັບ ເຫດຮ້າຍແຮງຂອງເຮືອດຳນ້ຳ Titan ຖືກລະເບີດໃນຂະນະ ກຳລັງສຳຫຼວດເບິ່ງຊາກຂອງກຳປັ່ນ Titanic ຢູ່ໃຕ້ພື້ນມະຫາສະໝຸດອັດລັງຕິກ. 
 ການາດາ ເລີ່ມຕົ້ນການສືບສວນສາເຫດຂອງເຫດລະເບີດເຮືອດຳນ້ຳ Titan - ảnh 1

ເຮືອດຳນ້ຳ Titan ພາບ: Oceangate.

ກ່າວຄຳເຫັນຕໍ່ນັກຂ່າວຢູ່ທ່າກຳປັ່ນ St. John's ທ່ານນາງ Kathy Fox  ປະທານຄະນະກໍາມະການຄວາມປອດໄພດ້ານການຂົນສົ່ງຂອງ ການາດາ ກ່າວວ່າ ການສືບສວນຢ່າງເຕັມທີ່ສາມາດໃຊ້ເວລາຈາກ 18 ເດືອນຫາ 2 ປີ

ຄະນະກຳມະການຄວາມປອດໄພ ດ້ານການຂົນສົ່ງຂອງ ການາດາ ຈະແບ່ງປັນຂໍ້ມູນທີ່ເກັບກຳຕໍ່ ອົງການອື່ນໆ ເຊັ່ນຄະນະກຳມະການຄວາມປອດໄພການຂົນສົ່ງແຫ່ງຊາດອາເມລິກາ ແລະ ກຳລັງປົກປັກຮັກສາຝັ່ງທະເລຂອງ ອາເມລິກາ ຕາມກົດໝາຍຂອງການາດາ. ທ່ານນາງ Fox ຍັງໄດ້ກ່າວອີກວ່າ ການບັນທຶກສຽງແລະການກ່າວຄຳເຫັນຂອງພະຍານຈະໄດ້ຮັບການປົກປ້ອງພາຍໃຕ້ກົດໝາຍຂອງການາດາ.

ຕອບກັບ

ຂ່າວ/ບົດ​ອື່ນ