ການ​າ​ດາ​ຢັ້ງ​ຢືນ ການ​ພົວ​ພັນດ້ານ​ການ​ຄ້າ​ຢ່າງ​ແຮງ​ກັບ​ຫວຽດ​ນາມ

(VOVWORLD) -ທ່ານນາງ Kendal Hembroff ໃຫ້ການຄາດຄະເນວ່າ ຂໍ້ຕົກລົງດ້ານການຄ້າຢ່າງຮອບດ້ານລະຫວ່າງ ການາດາ ແລະ ອາຊຽນຈະ ນຳເອົາຜົນປະໂຫຍດມາໃຫ້ທຸກຝ່າຍເຂົ້າຮ່ວມ. ຂໍ້ຕົກລົງນີ້ຈະຊ່ວຍໃຫ້ຫວຽດນາມ ຊົມໃຊ້ບັນດາກາລະໂອກາດເຊິ່ງ ບັນດາ FTA ນຳມາໃຫ້ຢ່າງສຸດຂີດ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ “ຍົກສູງລະດັບ” ຜົນກະທົບຢ່າງຕັ້ງໜ້າຂອງ CPTPP ໃນບັນດາຂົງເຂດຕ່າງຝ່າຍຕ່າງມີຜົນປະໂຫຍດ.
ການ​າ​ດາ​ຢັ້ງ​ຢືນ ການ​ພົວ​ພັນດ້ານ​ການ​ຄ້າ​ຢ່າງ​ແຮງ​ກັບ​ຫວຽດ​ນາມ - ảnh 1ທ່ານນາງ Kendal Hembroff, ຜູ້ອຳນວຍການໃຫຍ່ ຮັບຜິດຊອບການເຈລະຈາ ແລະ ນະໂຍບາຍທາງການຄ້າ ການາດາ (ພາບ: eria) 

ການາດາ ແລະ ຫວຽດນາມມີການພົວພັນດ້ານການຄ້າຢ່າງແຮງ, ໄດ້ສ້າງຂຶ້ນບົນພື້ນຖານການພົວພັນແລກປ່ຽນປະຊາຊົນທີ່ດີງາມ”. ນີ້ແມ່ນຄຳຄິດເຫັນຂອງທ່ານນາງ Kendal Hembroff, ຜູ້ອຳນວຍການໃຫຍ່ ຮັບຜິດຊອບການເຈລະຈາ ແລະ ນະໂຍບາຍທາງການຄ້າ ຂຶ້ນກັບກະຊວງບັນດາບັນຫາທົ່ວໂລກ ຂອງ ການາດາ (GAC) ຢູ່ກອງປະຊຸມສຳມະນາທາງອອນລາຍໃນວັນທີ 1 ຕຸລາ ໂດຍສະພາການຄ້າ ການາດາ - ຫວຽດນາມ ຈັດຕັ້ງ.

ທ່ານນາງ Kendal Hembroff ໃຫ້ການຄາດຄະເນວ່າ ຂໍ້ຕົກລົງດ້ານການຄ້າຢ່າງຮອບດ້ານລະຫວ່າງ ການາດາ ແລະ ອາຊຽນຈະ ນຳເອົາຜົນປະໂຫຍດມາໃຫ້ທຸກຝ່າຍເຂົ້າຮ່ວມ. ຂໍ້ຕົກລົງນີ້ຈະຊ່ວຍໃຫ້ຫວຽດນາມ ຊົມໃຊ້ບັນດາກາລະໂອກາດເຊິ່ງ ບັນດາ FTA ນຳມາໃຫ້ຢ່າງສຸດຂີດ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ “ຍົກສູງລະດັບ” ຜົນກະທົບຢ່າງຕັ້ງໜ້າຂອງ CPTPP ໃນບັນດາຂົງເຂດຕ່າງຝ່າຍຕ່າງມີຜົນປະໂຫຍດ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳການາດາ ຟ້າມກາວຟອງ ໄດ້ຍົກໃຫ້ເຫັນສະພາບຄວາມຈິງ ໃນຂະນະທີ່ການເຄື່ອນໄຫວດ້ານການຄ້າຂອງໂລກຫຼຸດລົງຢ່າງແຮງໃນ 6 ເດືອນຕົ້ນປີ, ແຕ່ການແລກປ່ຽນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ການາດາຍັງຄົງຮັກສາໄດ້ທ່າເຕີບໂຕ, ເຖິງວ່າລະດັບເຕີບໂຕນຍັງຈຳກັດພຽງແຕ່ 0,1% ກໍ່ຕາມ. ປັດຈຸບັນ, ຫວຽດນາມ ນອນໃນທອບ 10 ຕະຫຼາດສົ່ງອອກ ສິນທະເລຂອງການາດາ. ດ້ວຍທ່າໄດ້ປຽບແມ່ນເປັນສູນ FTA ຢູ່ອາຊີ - ປາຊີຟິກ, ຫວຽດນາມ ຈະແມ່ນຂົວເຊື່ອມຕໍ່ເພື່ອນຳສົ່ງສິນຄ້າ ແລະ ການບໍລິການຂອງການາດາໄດ້ສຳຜັດກັບຕະຫຼາດທີ່ມີຜູ້ບໍລິໂພກ 660 ລ້ານຄົນຂອງອາຊຽນ. ໃນຂະນະນັ້ນ, ການາດາອາດຈະເປັນປະຕູທາງເຂົ້າເພື່ອໃຫ້ບັນດາຜະລິດຕະພັນຂອງຫວຽດນາມໄດ້ແຊກຊືມເຂົ້າບັນດາຕະຫຼາດຕ່າງໆຢູ່ທະວີບອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ