ການເຄື່ອນໄຫວກະກຽມວຽກງານເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ
ທ່ານ ໂຕເລີມ, ລັດຖະມົນຕີວ່າການກະຊວງຕຳຫລວດ ກ່າວຄຳເຫັນທີ່
ທີ່ການເຮັດວຽກກັບແຂວງ ດັກລັກ
ພາບ:tienphong.vn
|
(vovworld)-ວັນທີ 26/4, ຄະນະຕິດຕາມກວດກາວຽກງານເລືອກຕັ້ງຂອງຄະນະປະຈຳສະພາແຫ່ງຊາດ ແລະ ສະພາເລືອກຕັ້ງແຫ່ງຊາດ ໂດຍທ່ານ ໂຕເລີມ, ລັດຖະມົນຕີວ່າການກະຊວງຕຳຫລວດ, ກຳມະການສະພາເລືອກຕັ້ງແຫ່ງຊາດ ເປັນຫົວຫນ້າຄະນະໄດ້ລົງເຮັດວຽກຢູ່ແຂວງ ດັກລັກ. ນະທີ່ນີ້, ທ່ານ ໂຕເລີມ ສະເຫນີ ແຂວງ ດັກລັກ ຄວນປະຕິບັດວຽກງານສ້າງ, ປະກາດບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016-2021 ຕາມແຕ່ລະຫົວຫນ່ວຍເລືອກຕັ້ງ, ຈັດຕັ້ງເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ພົບປະກັບຜູ້ມີສິດເລືອກຕັ້ງ,ຂົນຂວາຍການເລືອກຕັ້ງຕາມການຂໍ້ກຳນົດ, ເພີ່ມທະວີວຽກງານຕິດຕາມກວດກາການເລືອກຕັ້ງ. ແລະກໍໃນຕອນເຊົ້າວັນດຽວກັນ ຢູ່ ນະຄອນ ໂຮ່ຈິມີນ, ສະພາຊົນເຜົ່າຂອງສະພາແຫ່ງຊາດຊຸດທີ 13 ໄດ້ຈັດຕັ້ງການຝືກອົບຮົມທັກສະການຂົນຂວາຍຫາສຽງເລືອກຕັ້ງໃຫ້ແກ່ 90 ຄົນ ຊື່ງຂຶ້ນກັບ 18 ຊົນເຜົ່າ ຢູ່ 19 ແຂວງ, ນະຄອນທາງພາກໃຕ້ ແລະ ແມ່ນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021.