ການເຄື່ອນໄຫວຂອງຄະນະຜູ້ແທນວິທະຍຸກະຈາຍສຽງຫວຽດນາມຢູ່ລາວ

ການເຄື່ອນໄຫວຂອງຄະນະຜູ້ແທນວິທະຍຸກະຈາຍສຽງຫວຽດນາມຢູ່ລາວ - ảnh 1

ທ່ານ ຫງວຽນ​ດັງ​ຕ໋ຽນ ແລະ ທ່ານ ບໍ່ແສງຄຳ ວົງດາລາ

(vovworld) - ​ ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ຕອນບ່າຍວັນ​ທີ 11/8, ຢູ່​ນະຄອນຫລວງ ວຽງ​ຈັນ,ປະ​ເທດ ລາວ, ຄະນະ​ຜູ້​ແທນ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ດັງ​ຕ໋ຽນ ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ ນຳ​ໜ້າ, ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ວັດທະນະທຳ ​ແລະ ທ່ອງທ່ຽວ ລາວ ບໍ່ແສງຄຳ ວົງດາລາ. ຜູ້ອຳນວຍການ​ໃຫຍ່ ຫງວຽນ​ດັງ​ຕ໋ຽນ ​ແຈ້ງ​ໃຫ້​​ທ່ານ​ລັດຖະມົນຕີ ບໍ່ແສງຄຳ ວົງດາລາ ຊາບ ກ່ຽວ​ກັບ​ເລື່ອງ 2 ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ຫວຽດນາມ ​ແລະ ລາວ ​ໄດ້​ລົງ​ນາມ​​ໃນ​ສັນຍາ​ຮ່ວມ​ມື​ໄລຍະ 2016 – 2018. ທ່ານ ຫງວຽນ​ດັງ​ຕ໋ຽນ ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ: ວິທະຍຸ​ກະຈາຍສຽງ ຫວຽດນາມ ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ວິທະ​ຍຸ​ກະຈາຍສຽງ​ແຫ່ງ​ຊາດ ລາວ. ກ່ອນໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 11/8, ຄະນະ​ຜູ້​ແທນ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ລາວ.

ຂ່າວ/ບົດ​ອື່ນ