ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວຢູ່ອາເມລິກາ

(VOVWORLD) -ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ Mike Pompeo, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢືນຢັນ ຫວຽດນາມ ຖືເປັນສຳຄັນ ແລະ ພ້ອມແລ້ວຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອາເມລິກາ.
ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວຢູ່ອາເມລິກາ - ảnh 1ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວ ພົບປະກັບທ່ານ ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ John Sullivan

ໃນຂອບເຂດການຢ້ຽມຢາມອາເມລິກາຢ່າງເປັນທາງການແຕ່ວັນທີ 25-27 ມິຖຸນາ, ວັນທີ 25 ມິຖຸນາ ຢູ່ ນະຄອນຫລວງ ວໍຊີງຕັນ ດີຊີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມເວືອງດີງເຫ້ວ ໄດ້ພົບປະແລະເຮັດວຽກກັບລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ Mike Pompeo ແລະ ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ John Sullivan, ລັດຖະມົນຕີການເງິນ ທ່ານ Steven Mnuchin, ຮອງທີ່ປຶກສາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ທ່ານ Mira Ricardel ແລະ ສະມາຊິກສະພາສູງ ອາເມລິກາ ທ່ານນາງ Mazie Hiriono ສະມາຊິກ ອະນຸກຳມະການທະເລ.

ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ Mike Pompeo, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢືນຢັນ ຫວຽດນາມ ຖືເປັນສຳຄັນ ແລະ ພ້ອມແລ້ວຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອາເມລິກາ. ສ່ວນລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ Mike Pompeo ໄດ້ຢືນຢັນວ່າ: ອາເມລິກາ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບຫວຽດນາມ ແລະ ຕີລາຄາສູງການພັດທະນາຢ່າງຂະຫຍັນຂັນເຄື່ອນ, ບົດບາດທີ່ຕັ້ງຂອງຫວຽດນາມໃນພາກພື້ນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍຢືນຢັນແບ່ງປັນຜົນປະໂຫຍດລວມໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ, ເຄົາລົບກົດໝາຍສາກົນຢູ່ພາກພື້ນ ມະຫາສະມຸດອິນເດຍ - ອາຊີ - ປາຊີຟິກ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ທີ່ການພົບປະກັບທ່ານ Mira Ricardel  ຮອງທີ່ປຶກສາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ເນັ້ນຫນັກວ່າ: ອາເມລິກາ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວຫນ້າຂອງຫວຽດນາມ. ທ່ານ Mira Ricardel  ໃຫ້ຮູ້ວ່າ: ອາເມລິກາ ເຄົາລົບກົດໝາຍສາກົນ, ຄວາມໝັ້ນຄົງ, ຄວາມປອດໄພການເດີນທະເລ ແລະ ການບິນ ຢູ່ ທະເລຕາເວັນອອກ, ສະຫນັບສະຫນູນ ແລະ ຕີລາຄາສູງການສະຫນັບສະຫນູນຂອງຫວຽດນາມ ສຳລັບບັນດາຄວາມມານະພະຍາຍາມຂອງປະທານາທິບໍດີ ອາເມລິກາ D. Trump ໃນເລື່ອງປອດນິວເຄຼຍໃນແຫລມເກົາຫລີ.

ເມື່ອພົບປະກັບທ່ານນາງ Hirono ສະມາຊິກສະພາສູງ ອາເມລິກາ , ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢືນຢັນ: ຫວຽດນາມ ປາດຖະຫນາຢາກສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ. ສ່ວນທ່ານນາງ Hirono ຢຶນຢັນ: ຫວຽດນາມ ມີບົດບາດສຳຄັນໃນນະໂຍບາຍຂອງອາເມລິກາ ຢູ່ ພາກພື້ນ ອາຊີ -ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ