ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢູ່ຍີ່ປຸ່ນ
( ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ
ທ່ານປະທານສະພາສູງ Masaaki Yamazaki )
(vovworld) – ຕອນບ່າຍວັນທີ 16/9, ທີ່ການພົບປະເຈລະຈາຢູ່ສຳນັກງານສະພາສູງ ຍີ່ປຸ່ນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍຖື ຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນອັນດັບໜຶ່ງ ແລະ ຍາວນານ. ນີ້ແມ່ນແຜນນະໂຍບາຍການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ. ທ່ານເລຂາທິການໃຫຍ່ ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງ ຫວຽດນາມ - ຍີ່ປຸ່ນ ຢ່າງຮອບດ້ານ ແລະ ເລິກເຊິ່ງກ່ວາອີກ; ຊຸກຍູ້ການພົບປະແລກປ່ຽນລະຫວ່າງທຸກຂັ້ນ, ທຸກຂະແໜງການຂອງ 2 ປະເທດ, ໃນນັ້ນ ມີການພົວພັນແລກປ່ຽນ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາສູງ ຍີ່ປຸ່ນ ທັງໃນການພົວພັນຮ່ວມມື 2 ຝ່າຍ ແລະ ຫລາຍຝ່າຍ.
ສ່ວນທ່ານປະທານສະພາສູງ Masaaki Yamazaki ຢືນຢັນວ່າ: ສະພາສູງ ຍີ່ປຸ່ນ ຍາມໃດກໍສະຫງວນຄວາມເອົາໃຈໃສ່ ແລະ ບຸລິມະສິດສູງໃຫ້ແກ່ການພົວພັນຮ່ວມມືກັບ ຫວຽດນາມ; ປາດຖະນາຢາກເພີ່ມທະວີການພົບປະແລກປ່ຽນລະຫວ່າງ ສະພາແຫ່ງຊາດ 2 ປະເທດ.
ແລະໃນຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມາຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ພົບປະກັບຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ຍີ່ປຸ່ນ. ເມື່ອໂອ້ລົມກັບພະນັກງານ, ພາລະກອນ ຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ຍີ່ປຸ່ນ. ທ່ານເລຂາທິການໃຫຍ່ ສະເໜີວ່າ: ຊາວ ຫວຽດນາມ ແຕ່ລະຄົນ ໃນນັ້ນມີຊາວພວມດຳລົງຊີວິດຢູ່ ຍີ່ປຸ່ນ ຕ້ອງມີຄວາມຮັບຜິດຊອບຕໍ່ປະເທດຂອງຕົນກ່ວາອີກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາດຖະໜາວ່າ: ບັນດາລຸ້ນໜຸ່ມພວມຮ່ຳຮຽນຢູ່ ຍີ່ປຸ່ນ ຕ້ອງມານະພະຍາຍາມຮ່ຳຮຽນ, ເມື່ອກັບເມື່ອປະເທດ ຈະປະກອບສ່ວນເຂົ້າໃນພາລະກິດສ້າງສາປະເທດຊາດ.