ການເຄື່ອນໄຫວຂອງປະທານສະພາຕ່ຳລັດເຊຍໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) -ຕອນບ່າຍວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳດູມາແຫ່ງຊາດ ສະຫະພັນລັດເຊຍ Vyacheslav Viktorovich Volodin ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ການເຄື່ອນໄຫວຂອງປະທານສະພາຕ່ຳລັດເຊຍໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1 (ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຕ້ອນຮັບທ່ານປະທານສະພາຕ່ຳດູມາແຫ່ງຊາດ ສະຫະພັນລັດເຊຍ Vyacheslav Viktorovich Volodin)

 ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໄດ້ຊົມເຊີຍເລື່ອງສະພາແຫ່ງຊາດຫວຽດນາມ ແລະ ສະພາຕ່ຳດູມາແຫ່ງຊາດລັດເຊຍ ໄດ້ລົງນາມໃນຂໍ້ຕົກລົງສ້າງຕັ້ງຄະນະກຳມະການລະຫວ່າງລັດຖະສະພາ ລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ.

ໃນຕອນເຊົ້າວັນດຽວກັນ, ທີ່ການຕ້ອນຮັບທ່ານປະທານສະພາຕ່ຳສະຫະພັນລັດເຊຍ Vyacheslav Viktorovich Volodin ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ລັດເຊຍ ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ 2 ຝ່າຍຄື: ນ້ຳມັນອາຍແກັດ, ກໍ່ສ້າງລັດຖະບານເອເລັກໂຕນິກ ຫຼື ໂຄງການສູນຄົ້ນຄວ້າວິທະຍາສາດເຕັກໂນໂລຊີນິວເຄຼຍ; ສະເໜີໃຫ້ສະພາຕ່ຳລັດເຊຍຊູກຍູ້ ເພື່ອໃຫ້ຝ່າຍລັດເຊຍ ພິຈາລະນາເປີດກວ້າງບັນຊີລາຍຊື່ວິສາຫະກິດຫວຽດນາມ ໄດ້ຮັບອະນຸຍາດສົ່ງສິນໃນນ້ຳໄປຍັງຕະຫຼາດລັດເຊຍ… ຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດນ້ຳມັນອາຍແກັດຂອງລັດເຊຍ ຮ່ວມມືລົງທຶນຢ່າງມີປະສິດທິຜົນຢູ່ຫວຽດນາມ ໃນຂອບເຂດບັນດາບໍລິສັດຮ່ວມທຸລະກະກິດຫວຽດນາມ - ລັດເຊຍ ຢູ່ 2 ປະເທດ.

        ສ່ວນທ່ານ Vyacheslav Viktorovich Volodin ໃຫ້ຮູ້ວ່າ, ປີ 2018, ວົງເງິນການຄ້າ 2 ສົ້ນເຕີບໂຕ 35% ແລະ 2 ຝ່າຍພວມສູ້ຊົນບັນລຸໄດ້ 10 ຕື້ USD ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ