ການເຄື່ອນໄຫວຂອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ ຢູ່ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 09 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez.

ການເຄື່ອນໄຫວຂອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ ຢູ່ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະເຈລະຈາກັບທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez

(ພາບ: TTXVN)

ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ; ສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍ ແລະ ແລກປ່ຽນຄະນະຜູ້ແທນຂັ້ນກະຊວງ, ຂະແໜງການ, ພິເສດແມ່ນກົນໄກຄະນະກຳມະການລະຫວ່າງລັດຖະບານ, ຜ່ານນັ້ນຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ; ຜັນຂະຫຍາຍສັນຍາການຄ້າໃໝ່ໃຫ້ບັນລຸປະສິດທິຜົນ ມຸ່ງໄປເຖິງການເພີ່ມວົງເງິນການຄ້າຂຶ້ນທົບ 2 ເທົ່າໃນຮອບເວລາ 4 ປີຈະມາເຖິງ; 2 ຝ່າຍເຫັນດີນຳກັນສົມທົບກັນວ່າ ຈະຈັດຕັ້ງກອງປະຊຸມຄັ້ງທີ 36 ຄະນະກຳມະການລະຫວ່າງລັດຖະບານໃນທ້າຍປີ 2018…

ການເຄື່ອນໄຫວຂອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ ຢູ່ຫວຽດນາມ - ảnh 2 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະເຈລະຈາກັບທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez)

ແລະກໍ່ຕອນບ່າຍວັນດຽວກັນ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez. ທີ່ການພົບປະເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດປະຕິວັດອັນຊອບທຳຂອງປະຊາຊົນກູບາ ອ້າຍນ້ອງ, ຖືເປັນສຳຄັນ, ປົກປັກຮັກສາ ແລະ ປະກອບສ່ວນພັດທະນານ້ຳໃຈສາມັກຄີ, ມິດຕະພາບ ແລະ ການພົວພັນຮ່ວມມືແບບພິເສດລະຫວ່າງຫວຽດນາມ - ກູບາ ຍິ່ງກວ່າອີກ, ພ້ອມທັງສຶກສາໃຫ້ລຸ້ນໜຸ່ມສືບທອດມູນເຊື້ອການພົວພັນລະຫວ່າງ 2 ປະເທດ.

        ສ່ວນທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez ສະແດງຄວາມຫວັງວ່າ, ສະພາແຫ່ງຊາດ 2 ປະເທດຈະຮ່ວມມືກັນຢ່າງແໜ້ນແຟ້ນ, ແລກປ່ຽນບົດຮຽນດ້ານນິຕິບັດຍັດ ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລັດຖະສະພາສາກົນ.

ການເຄື່ອນໄຫວຂອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ ຢູ່ຫວຽດນາມ - ảnh 3 ການໂອ້ລົມສົນທະນາກັບວິສາຫະກິດ 2 ປະເທດ

(ພາບ: TTXVN)

ຕອນບ່າຍວັນທີ 09 ພະຈິກ, ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີສ.ກູບາ Miguel Mario Diaz Canel Bermudez ແລະ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເປັນປະທານການໂອ້ລົມສົນທະນາກັບວິສາຫະກິດ 2 ປະເທດ.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ Miguel Mario Diaz Canel Bermudez ໃຫ້ຮູ້ວ່າ, ປະຈຸບັນ ມີນັກລົງທຶນທີ່ມາຈາກຫຼາຍປະເທດເຂົ້າມາຮ່ວມມື, ລົງທຶນຢູ່ກູບາ. ເຖິງຢ່າງໃດກໍ່ຕາມ, ນັກລົງທຶນ ຫວຽດນາມ ຍາມໃດກໍ່ມີບົດບາດ, ທີ່ຕັ້ງພິເສດ, ຍ້ອນ 2 ປະເທດມີຄວາມສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ. ກູບາ ປາດຖະໜາວ່າ, ວິສາຫະກິດຫວຽດນາມ ຈະເປີດກວ້າງການລົງທຶນໄປສູ່ຫຼາຍຂົງເຂດກວ່າອີກຄື: ການບິນພົນລະເຮືອນ, ເຕັກໂນໂລຊີຊີວະສາດ, ຜະລິດຢຸກຢາ…

        ທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ, ເລື່ອງລັດຖະບານ 2 ປະເທດລົງນາມໃນສັນຍາການຄ້າໃໝ່ຫວຽດນາມ - ກູບາ ໃນຂອບເຂດການຢ້ຽມຢາມຂອງທ່ານປະທານກູບາ ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ, ແທດຈິງ, ສ້າງກອບກົດໝາຍທີ່ສະດວກ, ສ້າງບາດກ້າວບຸກທະລຸໃນການຮ່ວມມື 2 ຝ່າຍ, ສ້າງປະຖົມປັດໃຈເພື່ອໃຫ້ 2 ຝ່າຍສູ້ຊົນນຳການພົວພັນດ້ານການຄ້າລະຫວ່າງ 2 ປະເທດຈາກລະດັບກວ່າ 200 ລ້ານ USD ໃນປະຈຸບັນ ຂຶ້ນເຖິງ 500 ລ້ານ USD ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ