ປະທານສະພາຕຳ່ຍີ່ປຸ່ນ Yokomichi Takahiro ແລະ ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc
(vovworld) - ຕອນບ່າຍວັນທີ 3/7, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ມີການພົບປະກັບປະທານສະພາຕຳ່ ຍີ່ປຸ່ນ Takahiro Yokomichi. ທີ່ການພົບປະ, ທ່ານປະທານສະພາຕຳ່ Yokomichi ເນັ້ນໜັກວ່າ: ການພັດທະນາເສດຖະກິດ - ສັງຄົມ ແລະ ຄວາມສະຖຽນລະພາບດ້ານການເມືອງຂອງຫວຽດນາມ ປະກອບສ່ວນສຳຄັນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ ອາຊີ, ພ້ອມທັງຢືນຢັນວ່າ: ຍີ່ປຸ່ນ ປາຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອພ້ອມກັນພັດທະນາ. ສ່ວນທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ກໍສະແດງຄວາມຫວັງວ່າ: ສະພາແຫ່ງຊາດ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນລັດຖະບານ 2 ປະເທດຜັນຂະຫຍາຍບັນດາໂຄງການໃຫຍ່ຄືການພັດທະນາຂະແໜງອຸດສາຫະກຳດິນຊະນິດທີ່ຫາຍາກ ແລະ ສ້າງຍຸດທະສາດຮ່ວມມືອຸດສາຫະກຳລະຫວ່າງ 2 ປະເທດຮອດປີ 2020.
ແລະກໍໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ມີການພົບປະ, ແລກປ່ຽນຄຳເຫັນກັບລັດຖະມົນຕີເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (ຫຼື METI) Yukio Edano. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ສະແດງຄວາມຫວັງວ່າ: ຍີ່ປຸ່ນ ຈະຕັ້ງໜ້າໜູນຊ່ວຍຫວຽດນາມ ພັດທະນາອຸດສາຫະກຳສຳຮອງ, ກໍ່ສ້າງບັນດາເຂດອຸສາຫະກຳລົງເລິກ ຢູ່ຫາຍຟ່ອງ ແລະ ບ່າເຣ້ຍ - ຫວູງເຕົາ... ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕີລາຄາວ່າ: ເຖິງວ່າວົງເງິນການຄ້າ 2 ຝ່າຍບັນລຸໄດ້ກ່ວາ 21 ຕື້ USD ໃນປີກາຍກໍຕາມ ແຕ່ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຊຸກຍູ້ການຮ່ວມມືໃນຂົງເຂດນີ້ກ່ວາອີກ. ສ່ວນທ່ານລັດຖະມົນຕີ Yukio Edano ຢືນຢັນວ່າ: ຍີ່ປຸ່ນ ຈະໜູນຊ່ວຍຫວຽດນາມ ປະຕິບັດຍຸດທະສາດພັດທະນາອຸດສາຫະກຳຮອດປີ 2020 ແລະ ພັດທະນາພື້ນຖານໂຄງລ່າງ. ທ່ານລັດຖະມົນຕີ Yukio Edano ກໍໃຫ້ຮູ້ວ່າ ວົງການນັກທຸລະກິດ ຍີ່ປຸ່ນ ພວມມີທ່າອ່ຽງ ເພີ່ມທະວີການລົງທຶນຢູ່ຕ່າງປະເທດ, ໃນນັ້ນຫວຽດນາມ ແມ່ນສະຖານທີ່ໄດ້ຮັບຄວາມສົນໃຈ ທີ່ສຸດ.