ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ໄທ
ຈັດຕັ້ງພິທີຕ້ອນຮັບປີໃໝ່
(ພາບ: chinhphu.vn)
(vovworld) – ວັນທີ 2/2, ການເຄື່ອນໄຫວຕ້ອນຮັບບຸນປີໃໝ່ ປີມະເສງ ຖືກຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນຢູ່ຫຼາຍປະເທດໃນໂລກ. ຕອນຄຳ່ວັນທີ 2/2, ຢູ່ Jakarta, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນໂດເນເຊຍ ຫງວຽນຊວນຖູຍ, ໄດ້ສຳຫຼວດກວດຄືນຜົນງານທຸກດ້ານ ເຊິ່ງຫວຽດນາມ ບັນລຸໄດ້ໃນປີ 2012, ພ້ອມທັງແຈ້ງບັນດາຄາດໝາຍ ເຊິ່ງລັດຖະບານຫວຽດນາມ ວາງອອກໃນປີ 2013, ໃນນັ້ນເນັ້ນໜັກເຖິງແຜນນະໂຍບາຍເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຂອງພັກ ແລະ ລັດ.ໃນວັນດຽງກັບ, ສະຖານກົງສູນຫວຽດນາມ ປະຈຳ Sydney, ປະເທດອົດສະຕາລີ, ກໍ່ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດບຸນປີໃໝ່ ປີມະເສງ 2013 ເຊັ່ນດຽວກັນ.
ຢູ່ລາວ, ຕອນຄ່ຳວັນທີ 2/2, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ແຂວງອຸດອນ, ແລະ ໜອງຄາຍ ຂອງໄທ, ໄດ້ຈັດຕັ້ງພິທີຕ້ອນຮັບປີໃໝ່. ທ່ານ ຫວູຊວນຈິ໋ນ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ໄທ, ແບ່ງປັນວ່າ:
”ຂ້າພະເຈົ້າຫວັງວ່າບັນດາແຂວງທີ່ມີຊາວຫວຽດນາມອາໄສ ກໍ່ຄືໃນທົ່ວໂລກ ຈົ່ງມີຄວາມສາມັກຄີກັນໃຫ້ເປັນປຶກແຜ່ນ ໂດຍບໍ່ຈຳແນກຜູ້ເຖົ້າ ຜູ້ໜຸ່ມ, ຜູ້ຍິ່ງ ຜູ້ຊາຍ, ຜູ້ຮັ່ງມີ ຜູ້ທຸກຍາກ, ຫຼືສາສະໜາ. ພ້ອມທັງປາຖະໜາວ່າເສດຖະກິດຂອງຫວຽດນາມ ຈະພັດທະນາຍິ່ງຂຶ້ນ, ແລະ ພັກນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ກ້າວຂຶ້ນຢ່າງໝັ້ນຄົງ ເພື່ອນຳຫວຽດນາມ ກ້າວຂຶ້ນຕາມເສັ້ນທາງທີ່ລຸງໂຮ່ ໄດ້ເລືອກເຟັ້ນ”.
ເຈືອຈານໃນບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳການາດາ ແລະ ອີຕາລີ ກໍ່ຈັດຕັ້ງງານພົບປະສັງສັນກັບຊາວຫວຽດນາມ ອາໄສຢູ່ປະເທດເຫຼົ່ານັ້ນ.