ການເຄື່ອນໄຫວຕ້ອນຮັບບຸນເຕັດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ
(VOVWORLD) -ວັນທີ 2 ກຸມພາ ສະຫະສະມາຄົມ ການາດາ - ຫວຽດນາມ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດໃຫ້ແກ່ພໍ່ແມ່ຊາວຫວຽດນາມ ອາໄສ ຢູ່ Toronto.
ຜູ້ຕາງຫນ້າການນຳທ້ອງຖິ່ນ ມາຮ່ວມລາຍການຕ້ອນຮັບບຸນເຕັດຂອງຊາວຫວຽດນາມ ຢູ່ ການາດາ
ພາບ: vietnam+
|
ໃນຈົດໝາຍອວຍພອນບຸນເຕັດສົ່ງເຖິງສະຫະສະມາຄົມ ການາດາ -ຫວຽດນາມ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫລວງຂອງປະຊາຄົມ ຊາວການາດາ ເຊື້ອຊາດ ຫວຽດນາມ ແລະ ສະແດງຄວາມຂອບອົກຂອບໃຈສະຫະສະມາຄົມ ໄດ້ຊຸກຍູ້ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບວັດທະນະທຳຫວຽດນາມ ກໍຄື ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງປະຊາຄົມຊາວການາດາ ເຊື້ອຊາດຫວຽດນາມ.
ຕອນຄ່ຳວັນທີ 2 ກຸມພາ ຢູ່ ສູນການຄ້າ Sapa ຢູ່ Praha ໄດ້ດຳເນີນລາຍການ “ຕ້ອນຮັບລະດູບານໃຫມ່ປີກຸນ 2019” ແລະ “ບຸນເຕັດ ຫວຽດນາມ ແລະ Carinival ເຊັກໂກ 2019”. ໃນເຫດການນີ້ ຊາວຫວຽດນາມ ແລະ ຊາວ ເຊັກໂກ ໄດ້ມີໂອກາດພົບປະໂອ້ລົມນຳກັນ ແລະ ພ້ອມກັນຊີມບັນດາເຍື່ອງອາຫານພື້ນເມືອງໃນບຸນເຕັດຂອງຊາວຫວຽດນາມ ແລະ ອາຫານພິເສດຫລາຍເຍື່ອງຂອງເຊັກໂກ ກໍ່ຄືຮັບຊົມລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ ໂດຍນັກສິລະປິນສອງປະເທດສະແດງ.