ການເຄື່ອນໄຫວຕອບບຸນແທນຄຸນຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ

ການເຄື່ອນໄຫວຕອບບຸນແທນຄຸນຄອບຄົວນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ - ảnh 1
( ພາບປະກອບ )
(vovworld) –     ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ທະຫານ​​ເສຍ​ອົງຄະ, ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1974 – 27/7/2012), ວັນ​ທີ 18/7, ທ່ານ​ນາງ Nguyen Thi Kim Ngan ​​ເລຂາ​ສູນ​ກາ​ງພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ກັນ​ຄະນະ​ປະຕິບັດ​ງານ​ສູນ​ກາງ ​ແລະ ​ແຂວງ​ຫາຍ​​ເຢືອງ ​ໄດ້ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ໃຫ້​ແກ່ 3 ຄອບຄົວນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດຢູ່​ນະຄອນ​ຫາຍ​ເຢືອງ ​ແຂວງ​ຫາຍ​ເຢືອງ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​​ສະ​ເໜີ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງທຸກ​ຂັ້ນໃນ​ແຂວງ​ຫາຍ​ເຢືອງ ຕັ້ງໜ້າຜັນ​ຂະຫຍາຍ ນະ​ໂຍບາຍ​ພິ​ເສດ​ໃຫ້​ແກ່​​​ຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິ​ວັດ, ຍູ້​ແຮງວຽກ​ງານ​ຕອບບຸນ​ແທນ​ຄຸນ, ​ເບິ່ງ​ແຍງດູ​ແລ, ​ໃຫ້ການ​ໜູນ​ຊ່ວຍຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ; ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ຄອບຄົວນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ທະຫານ​​ເສຍ​ອົງຄະ ​ແລະ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

​ແລະກໍ​ໃນ​ວັນ​ດຽວ​ກັນ,​ ໜັງສືພິມ​ເອ​ເລັກ​ໂຕ​ນິກ ພັກ​ກອມ​ມູນິດ​ຫວຽດນາມ ສົມທົບ​ກັບ​ຄະນະ​ໂຄສະນາ​ສຶກສາ​​ແຂວງ​ຕວຽນ​ກວາງ ກໍ​ຄື​ແຂວງ ວິ​ງຟູ໋ກ, ​ແຂວງລອງ​ອານ ກໍ່​ຈັດ​ຕັ້ງ​ການຢ້ຽມຢາມ ​ແລະ ​ມອບ​ຂອງຂວັນ​ໃຫ້​ແກ່​ຄອບຄົວ​ນະ​ໂຍບາຍ ​ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ​ໃນ​ບໍລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ