ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ - ảnh 1
ລາຍກາ​ນສະ​ແດງ​ສິລະ​ປະ​: “ພັກ​ໃນ​ການ​ດຳລົງ​ຊີວິດ​​ປະຈຸ​ບັນ”
(ພາບ: Thanh Tùng/ສຳນັກຂ່າວສານ ຫວຽດນາມ)

(vovworld) - ຕອນ​ເຊົ້າວັນ​ທີ 2/2, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​​ພິທີ​ສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ (3/2/1930 – 3/2/2013), ​ແລະ ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່ ​ແລະ ລຸກ​ຮືຂຶ້ນ​ໃນ​ລະດູບານ​​ໃໝ່ 1968 ຂຶ້ນ​ຢ່າງ​ສົມ​ກຽດ. ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ ມີ​ອະ​ດິດປະທານ​ປະ​ເທດ ຫງວຽນ​ມິນ​ຈຽດ, ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ, ພົນ​ເອກ  ​ເຈີ​ນດ້າຍ​ກວາງ​,​ ລັດຖະມົນຕີ​ກະຊວງ​ຕຳຫຼວດ, ທ່ານ ຮິ່ງດາມ, ປະທານ​ຄະນະ​ກຳມະການ​ສູນກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຜູ້​ແທນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.​.​.​​ ກ່າວ​ສູນ​ທອນ​ພົດ​ນະ​ພິທີ, ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ທົບ​ທວນຄືນ​ໄລຍະ​ທາງ​ແຫ່ງ​ປະຫວັດ​ສາດ 83 ປີ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ 45 ປີ​ແຫ່ງ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່ ​ແລະ ລຸກ​ຮືຂຶ້ນ​ໃນ​ລະດູບານ​​ໃໝ່ 1968, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ນະຄອນ ​ໂຮ່ຈີ​ມິ​ນ​ໄດ້​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ, ນຳ​ລະດັບ​ເຕີບ​​ໂຕ​ດ້ານ​ເສດຖະກິດ​ໃຫ້​ສູງ​ກ່ວາ​ລະດັບສະ​ເລ່ຍ​​ຂອງ​ທົ່ວ​ປະ​ເທດ. ທ່ານ ​ເລ​ແທງ​ຫາຍ ​ເນັ້ນ​ໜັກ​ວ່າ:

“ປີ​ນີ້​ແມ່ນ​ປີ​ບານ​ພັບຂອງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ ພັກ ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ອົງຄະນະ​ພັກ​ນະຄອນ. ປະຊາຊົນ​ເຊື່ອ​ໝັ້ນ, ຄອຍ​ຖ້າ ​ແລະ ຮຽກຮ້ອງ​ໃຫ້​ພວກ​ເຮົາ ​ຍົກ​ສູງ​ລະສະ​ນະ​ປະຈັນບານ, ​ເປັນ​ແບບຢ່າງ. ພວກ​ເຮົາ​ພ້ອມ​ກັນ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຜົນງານ ​ແລະ ມູນ​ເຊື້ອ​ການ​ປະຕິວັດ​ໄວ້​ຢ່າງ​ໝັ້ນຄົງ, ໝັ້ນ​ໝາຍ​ສືບ​ຕໍ່​ອອກ​ແຮງ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ​​ໃຫ້ຈະ​ເລີ​ນຮຸ່ງ​ເຮືອງ, ທັນ​ສະ​ໄໝ, ກ້າວຂຶ້ນ​ສັງຄົມ​ນິຍົມ​ຢ່າ​ງໝັ້ນ​ຄົງ”

        ​ແລະກໍ່​ເນື່ອງ​ໃນ​ໂອກາດ​ນີ້, ໃນ​ຕອນ​ຄຳ່​ວັນ​ທີ 1/ 2 ຢູ່​ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ ​ໄດ້ຈັດ​ຕັ້ງ​ລາຍກາ​ນສະ​ແດງ​ສິລະ​ປະ​ ທີ່​ມີ​ຫົວ​ຂໍ້​ວ່າ: “ພັກ​ໃນ​ການ​ດຳລົງ​ຊີວິດ​​ປະຈຸ​ບັນ” ​.

        ​ໃນ​ຕອນ​ຄຳ່​ວັນ​ທີ 2/2 ຢູ່ ຮ່າ​ໂນ້ຍ ກໍ່​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ, ສະ​ແດງສິລະ​ປະ​ດົນຕີ​ພິ​ເສດ ທີ່ມີ​ຫົວ​ຂໍ້​ວ່າ “​ເຊື່ອ​ໝັ້ນ​ພັກ​ຕະຫຼອດ​ໄປ”.

ຂ່າວ/ບົດ​ອື່ນ