(vovworld) - ໃນຊຸມມືນີ້, ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ສ.ສຫວຽດນາມ 2/9 ຖືກຈັດຂຶ້ນໃນທົ່ວປະເທດ. ຕອນເຊົ້າວັນທີ 31/8, ຢູ່ນະຄອນໂຮ່ຈິມິນ, ສະມາຄົມບັນດາອົງການມິດຕະພາບ ໄດ້ຈັດການພົບສ້າງສັນປະເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2/9. ເຂົ້າຮ່ວມມີຜູ້ຕາງໜ້າກົງສູນໃຫຍ່ບັນດາປະເທດ ແລະ ບັນດາອົງການສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳນະຄອນ. ກ່າງຄຳເຫັນທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ Le Manh Ha ໄດ້ຢືນຢັນວ່າ; ຜົນງານຍິ່ງໃຫຍ່ ແລະ ບັນດາບົດຮຽນປະຫວັດສາດຂອງການປະຕິວັດເດືອນສິງຫາ ແລະ ເລື່ອງສ້າງຕັ້ງລັດແຫ່ງ ສາທາລະນະປະຊາທິປະໄຕຫວຽດນາມ ໄດ້ກາຍເປັນກຳລັງໜູນຊຸກຍູ້ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ດຳເນີນບັນດາການຕໍ່ຕ້ານທີ່ຍາວນານ, ເຕັມໄປດ້ວຍຄວາມລຳບາກກະກຳໃນຕະຫຼອດ 30 ປີທີ່ຜ່ານມາ, ທ້ອນໂຮມປະເທດຊາດເປັນເອກະພາບ, ນຳປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ. ເກືອບ 25 ປີຜ່ານມາ, ກິດຈະການປ່ຽນແປ່ງໃໝ່ ຍາດໄດ້ໄຊຊະນະທີ່ມີຄວາມໝາຍປະຫວັດສາດ, ປະເທດຊາດມີການປ່ຽນແປງຢ່າງພື້ນຖານ ແລະ ຮອບດ້ານ, ເສດຖະກິດໄດ້ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ. ພິເສດ, ນະຄອນມີສະຖານກົງສູງກວ່າ 40 ແຫ່ງ, ມຮອົງການສາກົນ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງຂອງປະເທດເກືອບ 150 ອົງການ. ບັນດາການເຄື່ອນໄຫວທາງການທູດທີ່ຟົດຟື້ນ ໄດ້ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດໃນໂລກສືບຕໍ່ໄດ້ຮັບການປັບປຸງ, ພັດທະນາ ແລະ ເຂົ້າສູ່ລວງເລິກ, ພ້ອມກັນນັ້ນ ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນພາກພື້ນ ແລະ ໃນໂລກ.
(ພາບປະກອບ)
ແລະກໍໃນວັນດຽວກັນ, ສະຫະສະມາຄົມວັນນະຄະດີສີລະປະແຂວງ ບາກລຽວ ກໍໄດ້ຈັດງານວາງສະແດງວິຈິດສິນ ບາກລຽວ - ຊອກຈັງ - ກາເມົາ ແລະ ພາບສິລະປະແຂວງ ບາກລ້ຽວປີ 2012. ເຊິ່ງໄດ້ສ່ອງແສງການເຄື່ອນໄຫວຜະລິດ, ຊີວິດສົງຄົມຂອງບັນດາທ້ອງຖິ່ນຢ່າງມີຊີວິດຊີວາ.
ແລະກໍໃນລະຫວ່າງວັນທີ 30/8 – 1/9, ພະແນກວັດທະນະທຳ - ກິລາ ແລະ ທ່ອງທ່ຽວແຂວງກຽນຢາງ ໄດ້ຈັດການສະແດງສິລະປະວັນນະຄະດີມະຫາຊົນ. ນີ້ແມ່ນການເຄື່ອນໄຫວວັດທະນະທຳທີ່ເປັນມຸນເຊື້ອເຊິ່ງຈັດຂຶ້ນປະຈຳ 2 ປີເທື່ອໜຶ່ງ, ເພື່ອແນໃສ່ຕອບສະໜອງຄວາມຕ້ອງການໃນການປະດິດສ້າງ ແລະ ໃນດ້ານວັດທະນະທຳສີລະປະ, ຍົກສູງຊີວິດທາງດ້ານຈິດໃຈໃຫ້ແກ່ປະຊາຊົນບັນດາເຜົ່າທີ່ພວມດຳລົງຊີວິດ ແລະ ເຮັດວຽກໃນບໍລິເວນແຂວງ.