ການເຄື່ອນໄຫວຕ່າງໆຂອງ Festival ເຫ໋ວ 2012

(vovworld) - ໂດຍ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ Festival ​ເຫ໋ວ 2012, ຕອນ​ເຊົ້າ​ວັນ​ທີ 14/4, ຢູ່​ປະຕູ​ໂຂງ​ຕົ້ນ​ຕໍ່ ງໍ້​ມົນ, ນະຄອນ ​ເຫວ໋, ​ໄດ້​ດຳ​ເນີນ​ການ​ແຂ່ງຂັນ ”ວ່າວ​ຫວຽດນາມ” ຄັ້ງ​ທີ 2​ ມື້​ສຸດ​ທ້າຍ, ​ແລະ​ ເວລາ 15 ​ໂມງ, ​ຢູ່ ງິງ​ເລືອ​ງດິ່ນ ​ໄດ້ດຳ​ເນີນ​ງານ​ບຸນ​ຕີກອງ ​ແລະ​ ດົນຕີ​ພື້ນ​ເມືອງ, ​ເວລາ 21 ​ໂມງ ຢູ່​ພະລາດ​ຊະ​ວັງທ້າຍ​ຮ່ວາ ກໍ່​ດຳ​ເນີນ​ ”ງານ​ລາຕີ​ຝ່າຍ​ຕາ​ເວັນ​ອອກ”.

ການເຄື່ອນໄຫວຕ່າງໆຂອງ Festival ເຫ໋ວ 2012 - ảnh 1
ວ່າວຂອງສະໂມສອນວ່າເຫ໋ວ
(ພາບ: vnanet.vn)

        ກ່ອນ​ໜ້າ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 13/4, ຢູ່​ພາຍ​ໃນ​ລາຊະ​ວັງ, ​ໄດ້​ດຳ​ເນີນ​”ງານ​ລາຕີ​ຢູ່​ພະ​ລາຊະ​ວັງ” ຄ່ຳ​ຄືນ​ທີ 2

ເທບປະກອບ​ສຽງ

        ນີ້​ແມ່ນ​ງານ​ບຸນ​ຕົ້ນ​ຕໍ່​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຢູ່ Festival ​ເຫ໋ວ 2012, ​ເຊິ່ງວາດ​ພາບບາງ​ແງ່​ມູມ​ແຫ່ງ​ການ​ດຳລົງ​ຊີວິດ​ໃນ​ລາຊະ​ວັງ​ ຫງວຽນ (1802-1945).

        ທ່ານ Phan Thanh Hai, ຜູ້ອຳນວຍການ​ສູນ​ອະນຸລັກ​ຮັກສາ​ມໍລະດົກ ກຸງ​ເກົ່າ​ເຫ໋ວ, ​ໃຫ້​ຮູ້​ວ່າ, ສິ່ງ​ທີ່​ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ​ທີ່​ສຸດ​ຂອງ ງານ​ລາຕີໃນພະລາຊະ​ວັງ 2012 ​ແມ່ນ​ຂະ​ບວນ​ແຫ່ ”ລາຊະ​ທິດາ​ກັບ​ເມືອ​ລາຊະ​ວັງ” ​ແລະ ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ຂະ​ບວນ​ແຫ່​ດັ່ງກ່າວ​ຈະ​ໄດ້​ດື່ມ​ຊາ ​ແລະ​ ກິນ​ເຂົ້າໜົມ​ປະ​ເພດ​ຕ່າງໆທີ່​ມີ​ຊື່​ສຽງຂອງ​ເຫ໋ວ.

        ”ນີ້​ແມ່ນ​ງານ​ບຸນ​ທີ່​ຮັບ​ໃຊ້​ໃຫ້​ແກ່ Festival ​ເຫ໋ວ . ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງງານ​ລາຕີ​ໃນພະລາຊະ​ວັງ ​ໄດ້​ຮັບ​ການ​ຄົ້ນ​ຄ້ວາ ​ແລະ​ຟື້ນ​ຟູ​ນັບ​ແຕ່​ປີ 2006, ​ແລະ ​ຜ່ານ Festival ຄັ້ງ​ຕ່າງໆ, ມາ​ຮອດ​ປະຈຸ​ບັນ​ພວກ​ເຮົາ​ໄດ້​ມີ​ການ​ຄົ້ນ​ຄ້ວາ ​ແລະ​ປັບປຸງ​ໃຫ້​ເໝາະ​ສົມ​ແລ້ວ.

        ​ແລະ​ກໍ່​ໃນ​ຕອນ​ຄ່ຳ​ວັນ​ທີ 13/4, ​ເວລາ 21 ​ໂມງ ​ໄດ້​ດຳ​ເນີນ​”ງານ​ລາຕີ​ຝ່າຍ​ຕາ​ເວັນ​ອອກ” ດ້ວຍ​ການ​​ເດ​ີນ​ແບບ​ອາພອນ​ເພດ​ຊົງ​ຂອງ 10 ປະ​ເທດ​ຄື: ກຳປູ​ເຈຍ, ຟິລິບ​ປິນ, ລາວ, ສ​ເກົາຫຼີ, ອິນ​ເດຍ, ຍີ່ປຸ່ນ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ