ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ສິງກະໂປ

(VOVWORLD) -ຕອນບ່າຍວັນທີ 13 ພະຈິກ, ພາຍຫຼັງເດີນທາງຮອດສິງກະໂປ ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເຂົ້າຮ່ວມພິທີເປີດສັບປະດາສິນຄ້າຫວຽດນາມ ຢູ່ສິງກະໂປ. 

ເຫດການດັ່ງກ່າວດໍາເນີນໄປແຕ່ວັນທີ  13 - 25 ພະຈິກ ໂດຍມີການສົມທົບກັນຈັດຕັ້ງຂອງ Frairprice, ເຊິ່ງເປັນກຸ່ມບໍລິສັດນໍາສິນຄ້າຂອງຫວຽດນາມ ເຂົ້າລະບົບ 146 ຮ້ານສັບພະສິນຄ້າ ຂອງກຸ່ມບໍລິສັດຢູ່ສິງກະໂປ ໃນສັບປະດາສິນຄ້າຫວຽດນາມ ຢູ່ສິງກະໂປ.

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ສິງກະໂປ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຕັດແທບຜ້າເປີດສັບປະດາສິນຄ້າຫວຽດນາມ ຢູ່ສິງກະໂປ (ພາບ: TTXVN)

ເຫດການນີ້ ເພື່ອແນໃສ່ໂຄສະນາຜະລິດຕະພັນກະເສດ, ສິນໃນນໍ້າ, ເຄື່ອງໃຊ້ສອຍ ນັບຮ້ອຍໆປະເພດ ໂດຍແມ່ນເຄື່ອງໝາຍການຄ້າຫວຽດນາມ ມາໃຫ້ຜູ້ບໍລິໂພກອຸປະໂພກສິງກະໂປ ແລະ ແຂກສາກົນ. ພິເສດ, ໃນໄລຍະດໍາເນີນກອງປະຊຸມສຸດຍອດອາຊຽນຄັ້ງທີີ 33 ຢູ່ສິງກະໂປ ແຕ່ວັນທີີ 13 – 15 ພະຈິກ 2018.

        ຕອນບ່າຍວັນດຽວກັນ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 33, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Neil  McGregor, ປະທານທັງເປັນຜູ້ອໍານວຍການຝ່າຍບໍລິຫານ ກຸ່ມບໍລິສັດ ອຸດສາຫະກໍາ    Sembcorp ແມ່ນໜຶ່ງໃນບັນດາວິສາຫະກິດນໍາໜ້າໃນການລົງທຶນຢູ່ຫວຽດນາມ ດ້ວຍ 9 ເຂດອຸດສາຫະກໍາ ຫວຽດນາມ - ສິງກະໂປ (VSIP) ປັດຈຸບັນ ພວມສ້າງວຽກເຮັດງານທໍາໃຫ້ແກ່ຄົນງານ 200.000 ຄົນ.

ການເຄື່ອນໄຫວຕ່າງໆຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ສິງກະໂປ - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Neil  McGregor, ປະທານທັງເປັນຜູ້ອໍານວຍການຝ່າຍບໍລິຫານ ກຸ່ມບໍລິສັດ ອຸດສາຫະກໍາ    Sembcorp (ພາບ: Quang Hieu/VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກ ກຸ່ມບໍລິສັດຍູ້ໄວບັນດາໂຄງການ VSIP  ຢູ່ທາງທິດເໜືອພາກໃຕ້ ແລະ ເຂດໄຕງວຽນ ແລະ ຍູ້ໄວຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການລົງທຶນເຂົ້າຂົງເຂດພະລັງງານສະອາດຢູ່ຫວຽດນາມ. 

        ສ່່ວນທ່ານ Neil  McGregor ໃຫ້ຮູ້ວ່າ ກຸ່ມບໍລິສັດ ໄດ້ໄປສໍາຫຼວດບາງສະຖານທີ່ໃໝ່ຢູ່ຫວຽດນາມ ເພື່ອເປີດກວ້າງບັນດາເຂດ VSIP ຕື່ມອີກ. ນອກນັ້ນ, ກຸ່ມບໍລິສັດພວມຊຸກຍູ້ການລົງທຶນ ຢູ່ຫວຽດນາມ ໃນຂົງເຂດພະລັງງານ ແລະ ເຮັດວຽກກັບກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເພື່ອຜັນຂະຫຍາຍບັນດາໂຄງການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ