(vovworld) – ຕອນບ່າຍວັນທີ 10/11, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ພ້ອມກັບການນຳຂອງ 12 ປະເທດສະມາຊິກສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP) ໄດ້ດຳເນີນກອງປະຊຸມຂັ້ນສູງຄັ້ງທີ 5 ຢູ່ ປັກກິ່ງ, ປະເທດຈີນ, ເນື່ອງໃນໂອກາດຈັດຕັ້ງກອງປະຊຸມຂັ້ນສູງຄັ້ງທີ 22 ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC). ກອງປະຊຸມສຸມໃສ່ຕີລາຄາວິວັດທະນາການເຈລະຈາໃນປີຜ່ານມາ ແລະ ວາງອອກທິດທາງຊຸກຍູ້ຄວາມມານະພະຍາຍາມປະຕິບັດການເຈລະຈາໃຫ້ສຳເລັດຜົນ. ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມດ້ວຍບັນດາການກຳນົດທິດລະອຽດເພື່ອຍູ້ໄວວິວັດທະນາການເຈລະຈາໃນໄລຍະຈະມາເຖິງ, ຢັ້ງຢືນຄວາມຕັດສິນໃຈລວມສ້າງສັນຍາຮອບດ້ານໃຫ້ສົມບູນແບບ, ດູ່ນດຽງ ແລະ ບັນລຸມາດຖານສູງ, ຕ້ອງຄິດໄລ່ເຖິງຄວາມມີຫຼາຍຮູບຫຼາຍແບບກ່ຽວກັບລະດັບການພັດທະນາຂອງບັນດາປະເທດສະມາຊິກ. ທີ່ກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ຕັດສິນໃຈ ແລະ ພ້ອມແລ້ວທີ່ມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກເພື່ອບັນລຸໄດ້ສັນຍາຮອບດ້ານ, ດູ່ນດຽງ ແລະ ເພື່ອການພັດທະນາ, ສ່ອງແສງບັນດາຄວາມເອົາໃຈໃສ່, ຜົນປະໂຫຍດ ແລະ ການພັດທະນາແທດຈິງຂອງບັນດາປະເທດສະມາຊິກ ໂດຍໄວ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຄັ້ງທີ 22, ວັນທີ 10/11, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ທ່ານປະທານາທິບໍດີ ອາເມລິກາ Barack Obama, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo.
ທີ່ການພົບປະກັບທ່ານເລຂາທິການໃຫຍ່ ປະທານປະເທດຈີນ ສີຈີນຜີງ, 2 ຝ່າຍໄດ້ແລກປ່ຽນຄຳເຫັນຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັບທິດທາງໃຫຍ່ ເຮັດໃຫ້ການພົວພັນຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນເລິກເຊິ່ງຂຶ້ນ. ທ່ານປະທານ ເຈືອງເຕີ້ນຊາງ ສະເໜີ 2 ຝ່າຍຈົ່ງຮັກສາການພົບປະເປັນປະຈຳລະຫວ່າງການນຳຂັ້ນສູງລະຫວ່າງ 2 ພັກ, 2 ລັດ, ເພີ່ມທະວີບັນດາກົນໄກພົວພັນແລກປ່ຽນຮ່ວມມືລະຫວ່າງ 2 ພັກ, ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ. ກ່ຽວກັບບັນຫາຢູ່ທະເລ, ທ່ານປະທານ ເຈືອງເຕີ້ນຊາງ ເນັ້ນໜັກ 2 ປະເທດມີຫຼັກໝັ້ນແຕກຕ່າງກັນໃນບັນຫາທະເລຕາເວັນອອກ, ສິ່ງທີ່ສຳຄັນກວ່າໝູ່ແມ່ນ 2 ຝ່າຍຄວນຜ່ານການເຈລະຈາ, ແລກປ່ຽນຢ່າງຈິງໃຈບົນພື້ນຖານຄວາມຮັບຮູ້ລວມ ແລະ ບັນດາສັນຍາຂອງການນຳຂັ້ນສູງຂອງ 2 ພັກ, 2 ລັດ.
ທີ່ການພົບປະກັບປະທານາທິບໍດີ ອາເມລິກາ Barack Obama , ການນຳ 2 ທ່ານໄດ້ແລກປ່ຽນທິດທາງຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນ ມີການສົມທົບກັນດຳເນີນການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ກະກຽມຈັດຕັ້ງສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນດ້ານການທູດລະຫວ່າງ 2 ປະເທດ…
ກ່ອນໜ້ານັ້ນໃນຕອນເຊົ້າວັນດຽວກັນ, ກອງປະຊຸມສຸດຍອດວິສາຫະກິດ APEC 2014 ໄດ້ດຳເນີນຢູ່ສູນກອງປະຊຸມແຫ່ງຊາດຈີນ ທີ່ປັກກິງ, ປະເທດຈີນ. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ຮັບເຊື້ອເຊີນເຂົ້າຮ່ວມ ແລະ ກ່າວປາໄສດ້ວຍຖານະເປັນແຂກພິເສດທີ່ກອງປະຊຸມດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຕໍ່ພາກພື້ນ: ໃຫ້ບຸລິມະສິດກ່ຽວກັບການລົງທຶນ, ພື້ນຖານໂຄງລ່າງ ແລະ ນະໂຍບາຍ”. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ, ອາຊີ - ປາຊີຝິກ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດໃໝ່ ແລະ ໃຫຍ່ຫຼວງ ດ້ວຍການສ້າງປະຊາຄົມອາຊຽນ ແລະ ບັນດາສັນຍາການຄ້າເສລີສະບັບໃໝ່ຄື: ສັນຍາຄູ່ຮ່ວມມືເສດຖະກິດພາກພື້ນຮອບດ້ານ (RCEP), ສັນຍາຄູ່ຮ່ວມມືຂ້າມປາຊີຝິກ (TPP), ການຮ່ວມສຳພັນອາຊີຕາເວັນອອກສ່ຽງເໜືອ, ພັນທະພາບປາຊີຝິກ… ທ່ານປະທານປະເທດ ຊີ້ແຈ້ງບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງອາຊຽນ ໃນການລິເລີ່ມ ແລະ ຊຸກຍູ້ການຫັນການຄ້າ, ການລົງທຶນເປັນເສລີ ເພີ່ມທະວີການເຊື່ອມຕໍ່ໃນຂອບເຂດ APEC ແລະ ຢູ່ອາຊີ - ປາຊີຝິກ. ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງການເຊື່ອມຕໍ່ພາກພື້ນ ເປັນເນື້ອໃນທີ່ສຳຄັນຂອງການປ່ຽນໃໝ່ຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານເຊິ່ງຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຜັນຂະຫຍາຍ. ທ່ານປະທານປະເທດ ສະເໜີໃຫ້ບັນດາວິສາຫະກິດສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນແຫຼ່ງທຶນ, ເຕັກໂນໂລຊີ ແລະ ຍົກສູງກຳລັງຄວາມສາມາດ. ທ່ານປະທານປະເທດເນັ້ນໜັກເຖິງບັນດາບຸລິມະສິດໃນ ປະຈຸບັນຂອງຫວຽດນາມ ແມ່ນກໍ່ສ້າງບັນດາແລວເສດຖະກິດຕາເວັນອອກ - ຕາເວັນຕົກ ຂອງອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ແລະ ເຂດ 3 ຫຼ່ຽມພັດທະນາກຳປູເຈຍ - ລາວ - ຫວຽດນາມ, ແລວເສດຖະກິດທາງພາກໃຕ້ ແລະ ແລ້ວເສດຖະກິດເໜືອ - ໃຕ້, ພື້ນຖານໂຄງລ່າງທ່າກໍ່າປັ່ນ, ບັນດາເຂດ, ສະຖານທີ່ທ່ອງທ່ຽວ, ເຂດເສດຖະກິດ, ເຂດອຸດສາຫະກຳ ແລະ ເຂດເສດຖະກິດດ່ານຊາຍແດນ.