(vovworld) – ວັນທີ 7/9, ປະທານສະພາແຫ່ງຊາດ ມຽນມາ ທ່ານ Thura U Shwe Mann ໄດ້ພົບປະກັບສະຫະສະມາຄົມບັນດານັກລົງທຶນ ຫວຽດນາມ ຢູ່ ມຽນມາ (AVIM). ຕີລາຄາສູງບັນດາການປະກອບສ່ວນຂອງ AVIM ທີ່ມີຕໍ່ວິວັດການພັດທະນາເສດຖະກິດ, ສັງຄົມຂອງ ມຽນມາ, ທ່ານປະທານສະພາແຫ່ງຊາດ Thura U Shwe Mann ໃຫ້ຮູ້ວ່າ: ມຽນມາ ພວມຕັ້ງໜ້າປະຕິບັດນະໂຍບາຍປ່ຽນໃໝ່, ໃນນັ້ນ ຈຸດສຸມແມ່ນການປະຕິຮູບລະບອບ, ເປີດປະຕູການຕະຫຼາດເພື່ອພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ຮັບຮູ້ບັນດາຂໍ້ສະເໜີຂອງສະມາຊິກ AVIM, ທ່ານປະທານສະພາແຫ່ງຊາດ ມຽນມາ ຫວັງວ່າ: AVIM ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງຕົນກ່ວາອີກ, ຊຸກຍູ້ການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ມຽນມາ ຢ່າງບໍ່ຢຸດຢັ້ງ, ພິເສດແມ່ນໃນບັນດາຂົງເຂດກະສິກຳ, ໂຮງແຮມ, ການທ່ອງທ່ຽວ ແລະ ການເຄື່ອນໄຫວທະນາຄານ, ການເງິນ, ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ນັບມື້ນັບກ້າວເຂົ້າສູ່ແທດຈິງ, ມີປະສິດທິຜົນກ່ວາອີກ.
ບັນດາສະມາຊິກ AVIM ສູ້ຊົນຮອດປີ 2015, ຍອດເງິນລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ເຂົ້າ ມຽນມາ ບັນລຸປະມານ 1,5 ຕື້ USD, ນຳ ຫວຽດນາມ ເຂົ້າ ບັນຊີລາຍຊື່ 5 ປະເທດລົງທຶນອັນດັບໜຶ່ງຢູ່ມຽນມາ, ສູ້ຊົນຍົກວົງເງິນການຄ້າ 2 ສົ້ນບັນລຸ 650 – 700 ລ້ານ USD.
ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 6/9, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ມຽນມາ Thura U Shwe Mann, ທ່ານເລຂາທິການໃຫຍ່ ຫວຽດນາມ ຖືເປັນສຳຄັນການເພີ່ມທະວີ, ເປີດກ້ວາງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ມຽນມາ. ສ່ວນທ່ານ Thura U Shwe Mann ຫວັງວ່າ, ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືສຳຄັນຂອງ ມຽນມາ ໃນການຮ່ວມມືພັດທະນາເສດຖະກິດ, ແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີສາຍພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ.
ແລະກໍ່ໃນຕອນບ່າຍວັນທີ 6/9, ທ່ານປະທານປະເທດ ເຈືອງເຕີນຊາງ ກໍ່ໃຫ້ການຕ້ອນຮັບທ່ານ Thura U Shwe Mann, ປະທານສະພາແຫ່ງຊາດ ມຽນມາ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງຢືນວ່າ: ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບລັດ ແລະ ປະຊາຊົນ ມຽນມາ, ຊຸກຍູ້ຢ່າງມີປະສິດທິຜົນໃນການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ. ຕີລາຄາສູງໝາກຜົນການເຈລະຈາລະຫວ່າງປະທານສະພາແຫ່ງຊາດ 2 ປະເທດ ຫວຽດນາມ - ມຽນມາ, ທ່ານປະທານປະເທດ ສະເໜີໃຫ້ ອົງການນິຕິບັນຍັດ 2 ປະເທດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນໃນບັນດາຂົງເຂດວຽກງານຂອງສະພາແຫ່ງຊາດ.