ການເຄື່ອນໄຫວຕ່າງໆຕ້ອນຮັບລະດູບານໃຫມ່ດຳເນີນໄປຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ
ປະຊາຊົນຫວຽດນາມ ແລະ ນັກທ່ອງທ່ຽວເຂົ້າວັດແຫ່ງຕ່າງໆເພື່ອພາວະນາຄວາມຢູ່ເຢັນເປັນສຸກໃນປີໃຫມ່
ພາບ:TTXVN
|
(vovworld)- ໃນຊຸມມື້ຕົ້ນປີໃຫມ່ປີມະເມຍ 2014, ປະຊາຊົນຫວຽດນາມ ແລະ ນັກທ່ອງທ່ຽວນັບໝື່ນໆຄົນໄດ້ພາກັນເຂົ້າວັດແຫ່ງຕ່າງໆເພື່ອພາວະນາຄວາມຢູ່ເຢັນເປັນສຸກໃນປີໃຫມ່ ແລະ ເຂົ້າຮ່ວມການເຄ່ືອນໄຫວພື້ນເມືອງຢູ່ ນະຄອນ ເຫ້ວ. ແລະ ກໍໃນໂອກາດນີ້, ມີປະຊາຊົນເກືອບ 20.000 ເທື່ອຄົນໄດ້ໄປຢ້ຽມຢາມເຂດອາໄລຫາປະທານໂຮ່ຈິມີນ ຢູ່ ຕາແສງ 1, ນະຄອນ ກາເມົາ. ໃນຈຳນວນຜູ້ເຂົ້າຢ້ຽມຢາມ, ມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນຈຳນວນຫລວງຫລາຍ ໄດ້ຖະຫວາຍທູບທຽນ ອາໄລຫາຄຸນງາມຄວາມດີອັນໃຫຍ່ຫລວງຂອງປະທານໂຮ່ຈິມີນ ພ້ອມທັງພາວະນາປະເທດຊາດນັບມື້ນັບພັດທະນາ, ສັງຄົມຈະເລີນຮຸ່ງເຮືອງ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມອີ່ມຫນຳສຳລານ, ຜາສຸກ.