ການເຄື່ອນໄຫວຕ່າງໆຕອບສະໜອງວັນສິ່ງແວດລ້ອມໂລກ

ການເຄື່ອນໄຫວຕ່າງໆຕອບສະໜອງວັນສິ່ງແວດລ້ອມໂລກ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 6/6, ຢູ່​ນະ​ຄອນ ຍາ​ຈາງ, ແຂວງ ແຄ໋ງ​ຮ່​ວາ, ກະ​ຊວງ​ສຶກ​ສາ ແລະ ບ​ຳ​ລຸ​ງ​ສ້າງ ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມ​ຕອບ​ສະ​ໜອງວັນ​ສິ່ງ​ແວດ​ລ້ອມ​ໂລກ (ວັນ​ທີ 5/6) ແລະ ສັບ​ປະ​ດາ ທະ​ເລ, ໝູ່​ເກາະ ຫວຽດ​ນາມ ແລະ ວັນ​ມະ​ຫາ​ສະ​ໝຸດ​ໂລກ. ທີ່​ງານ​ໂຮມ​ຊຸມ​ນຸມ, ​ຜູ້ຕາງ​ໜ້າ​ການ​ນຳ​ກະ​ຊວງ​ສຶກ​ສາ ແລະ ບ​ຳ​ລຸງ​ສ້າງ​ສະ​ເໜີ​ໃຫ້​ຖັນ​ແຖວ​ພະ​ນັກ​ງານ​ຄຸ້ມ​ຄອງ, ຄູ​ສອນ ແລະ ນັກ​ຮຽນ​, ນັກ​ສຶກ​ສາເກືອບ 23 ລ້ານ​ຄົນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ເທດ​ສະ​ບານ​ເມືອງ ຢາ​ເຫງັຍ, ແຂວງ ດັກ​ນົງ, ກໍ່ຈັດ​ຕັ້ງ ງານ​ວາງ​ສະ​ແດງ​ຮູບ​ຖ່າຍ, ວັດ​ຖຸ​ພັນ​ນັບ​ຮ້ອຍ​ຢ່າງ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ​. ພ້ອມ​ທັງ​ປຸກ​ລະ​ດົມ​ບັ້​ນ​ເຄື່ອນ​ໄຫວ​ໂຄ​ສະ​ນາ “ປົກ​ປັກ​ຮັກ​ສາ​ປ່າ, ສັດ​ປ່າ ແລະ ສິ່ງ​ແວດ​ລ້ອມ”. ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດ່າ​ນັ້ງ ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມ. ນະ​ທີ່ນີ້, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ດ່າ​ນັ້ງ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ຍົກ​ສູງ​ສະ​ຕິ​ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ທະ​ເລ, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ປະ​ມົງ​ຕິດ​ພ​ັນ​ກັບ​ທະ​ເລ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ​ຂອງ ຫວຽດ​ນາມ.

        ເພື່ອ​ຕອ​ບ​ສະ​ໜອງວັນ​ມະ​ຫາ​ສ​ະ​ໝຸດ​ໂລກ ແລະ ສັບ​ປະ​ດາ​ທະ​ເລ ແລະ ໝູ່​ເກາະ ຫວຽດ​ນາມ, ວັນ​ທີ 7/6, ເມືອງ ກາດ​ຫາຍ, ນະ​ຄອນ ຫາຍ​ຟ່ອງ, ໄດ້​ດຳ​ເນີນ​ງານ​ໂຮມ​ຊຸມ​ນຸມ​ເລີ່ມ​​ປະ​ຕິ​ບັດ​ລາຍ​ການ “ເພື່ອ​ສິ່ງ​ແວດ​ລ້ອມ​ຂຽວ​ແຫ່ງ​ຊາດ - 2015” ດ້ວຍ​ຫົວ​ຂໍ້ “ພັດ​ທະ​ນາ​ການ​ທ່ອງ​ທ່​ຽວ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ”.


ຂ່າວ/ບົດ​ອື່ນ