ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 20 ປີແຫ່ງວັນຂະບວນການນັກທຸລະກິດໜຸ່ມ ຫວຽດນາມ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 20 ປີແຫ່ງວັນຂະບວນການນັກທຸລະກິດໜຸ່ມ ຫວຽດນາມ - ảnh 1
ພາບປະກອບ

(vovworld) - ວັນ​ທີ 27/8, ຢູ່ ຮ່າ​ໂນ້ຍ, ​ເລຂາຜູ້ປະຈຳ​ການ​ສູນ​ກາງ​ຊາວ​ໜຸ່ມກອມ​ມູນິດ ຫວຽດນາມ, ປະທານສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ ຫວຽດນາມ ທ່ານ ຟ້າ​ນວັນ​ໝ້າຍ ​ໄດ້​ເປັນ​ປະທານ​ການ​ປະ​ຊຸມ​ຂ່າວ​ແນະນຳ​ການ​​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຂະ​ບວນການ​ນັກທຸລະກິດ​ໜຸ່ມ ຫວຽດນາມ (1993 – 2013), 10 ປີ​​ແຫ່ງ​ວັນມອບ​ລາງວັນ​ດາວ​ຄຳ​ດິນ​ແດນ ຫວຽດ (2003 – 2013) ​ແລະ ພິທີມອບລາງວັນ​ດາວ​ຄຳ​ດິນ​ແດນ ຫວຽດ ປີ 2013. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ປີ 2013 ​ແມ່ນ​ປີ​ຂີດ​ໝາຍ​ຫຼາຍ​ເຫດການ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ນັກ​ທຸລະ​ກິດ ຫວຽດນາມ. ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ນັກທຸລະກິດ​ໜຸ່ມ ຫວຽດນາມ ​ໄດ້​ມີໜ້າ​ຢູ່​ທຸກ​ແຂວງ, ນະຄອນ ດ້ວຍ​ສະມາຊິກ​ກ່ວາ 10.000 ຄົນ​ເຄື່ອນ​ໄຫວ​ໃນ 4 ຂະ​ແໜງ​ເສດຖະກິດ. ​ໃນ​ຮອບ 10 ປີຜ່ານມາ, ​ເຄື່ອງໝາຍ​ການ​ຄ້າ​, ຜະລິ​ດຕະພັນ​ໄດ້​ຮັບ​ລາງວັນ​ດາວ​ຄຳ​ດິນ​ແດນ ຫວຽດ ກ່ວາ 1.500 ​​ເທື່ອ, ​ແມ່ນ​ພະຍານ​ຫຼັກ​ຖານ​ຢັ້ງຢືນ​ດາວ​ຄຳ​ດິນ​ແດນ ຫວຽດ ​ແມ່ນ​ລາງວັນ​ທີ່​ມີ​ຊື່​ສຽງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ເຄື່ອງໝາຍ​ການ​ຄ້າ ​ແລະ ວິ​ສາ​ຫະກິດ ຫວຽດນາມ ​ໃນ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ເສດຖະກິດ ສາກົນ.

ຂ່າວ/ບົດ​ອື່ນ