ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ
(ພາບປະກອບ)
(vovworld) – ວັນທີ 19/12, ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດຫວຽດນາມ ໄດ້ຈັດການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 25 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22/12/1944 – 22/12/2014).
ທີ່ພິທີສະເຫຼີມສະຫຼອງຢູ່ກອງບັນຊາການທະຫານແຂວງ ກວາງຈິ້, ບັນດາຜູ້ແທນເຂົ້າຮ່ວມ ໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມ ໃນຕະຫຼອດໄລຍະ 70 ປີຜ່ານມາ, ພ້ອມກັນນັ້ນກໍ່ວາງອອກໜ້າທີ່ໃນເງື່ອນໄຂປະຈຸບັນ.
ແລະກໍ່ໃນວັນດຽວກັນ, ຢູ່ນະຄອນດ່ານັ້ງ ໄດ້ຈັດການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 25 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ ແລະ ພົບປະ, ປະດັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ, ຊັ້ນ 2 ແລະ ຊັ້ນ 3 ໃຫ້ບັນດານາຍ ທີ່ໄດ້ບັນລຸຜົນງານດີເດັ່ນໃນການຝຶກຮົບຮົມຮັບໃຊ້ການສູ້ຮົບ, ສ້າງກຳລັງກອງທັບປະຊາຊົນ, ປັບປຸງການປ້ອງກັນຊາດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ໃນໂອກາດນີ້ສະຫະສະມາຄົມແມ່ຍິງຫວຽດນາມ, ໄດ້ສົມທົບກັບກອງບັນຊາການທະຫານນະຄອນຫຼວງ, ກອງບັນຊາການທະຫານປ້ອງກັນຊາດ ໄດ້ຈັດງານພົບປະແລກປ່ຽນວັດທະນະທຳ “ນ້ຳໃຈທະຫານ ປະຊາຊົນ”, ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ, ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນນະຄອນຫຼວງ.
ສ່ວນພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງ ກວາງຫງ້າຍ ໄດ້ວາງສະແດງວັດຖຸພັນໃນການສູ້ຮົບຂອງທະຫານ ແລະ ປະຊາຊົນແຂວງຫວາງຫງ້າຍ ໄລຍະແຕ່ປີ 1945 – 1975.