ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນມູນເຊື້ອຂອງນັກຮຽນ,ນັກສຶກສາ
ພາບປະກອບ
(vovworld) – ຕອນຄຳ່ວັນທີ 5/1, ສະມາຄົມນັກສຶກສານະຄອນ ໂຮ່ຈີມິນ ຈັດຕັ້ງພິທີສະເລີມສະຫຼອງ 64 ປີແຫ່ງວັນມູນເຊື້ອນັກຮຽນ - ນັກສຶກສາ ແລະ ຍ້ອງຍໍຊົມເຊີຍ 87 “ນັກສຶກສາ 5 ດີ” ລະດັບນະຄອນປີ 2013. ທີ່ພິທີ, ບັນດາຜູ້ແທນ ແລະ ນັກຮຽນ, ນັກສຶກສາ ພ້ອມກັນທົບທວນຄືນໄລຍະທາງ 64 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ. ນັບແຕ່ວັນທີ 9/1/1950, ແບບຢ່າງຂອງ ເຈີ່ນວັນເອີນ, ເຈີ່ນໂບ້ຍເກີ, ກວາກທິຈາງ (Qúach Thị Trang) ໄດ້ກາຍເປັນແປວໄຟເຍືອງທາງ, ເພື່ອໃຫ້ລຸ້ນໜຸ່ມສືບທອດນ້ຳໃຈຮັກຊາດ. ພ້ອມກັບນັກສຶກສາໃນທົ່ວປະເທດ, ນັກສຶກສານະຄອນ ໂຮ່ຈີມິນ ຍາມໃດກໍ່ມານະພະຍາຍາມ, ເມົາມົວຄົ້ນຄ້ວາວິທະຍາສາດ, ສຸດຈິດສຸດໃຈກັບຂະບວນການ ແລະ ຈຸດຍອດຍິ່ງແມ່ນບັນດາແບບຢ່າງ “ນັກສຶກສາ 5 ດີ”.
ລາຍການ “ເອກອ້າງທະນົງໃຈແມ່ນນັກສຶກສາ ຫວຽດນາມ” ໂດຍສະມາຄົມນັກສຶກສານະຄອນ ຮ່າໂນ້ຍ ຈັດຕັ້ງໃນຕອນບ່າຍວັນທີ 5/1 ຢູ່ມະຫາວິທະຍາໄລພາສາຕ່າງປະເທດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ). ນີ້ແມ່ນການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນມູນເຊື້ອຮັກຮຽນ, ນັກສຶກສາ ຫວຽດນາມ (9/1/1950 – 9/1/2014) ແລະ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ 9, ອາຍຸການ 2013 – 2018. ລາຍການຖືກດຳເນີນໄປດ້ວຍການເຄື່ອນໄຫວທີ່ມີຄວາມໝາຍ ແລະ ແທດຈິງຫຼາຍຢ່າງ.