ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມຢູ່ລັດເຊຍ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມຢູ່ລັດເຊຍ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ​ຫງວຽນ​ແທງ​ເຊີນ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) –  ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 90 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ (21/6/1925 -  21/6/2015), ວັນ​ທີ 16/6, ຢູ່​ສຳ​ນັກ​ງານ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ, ໄດ້​ດຳ​ເນີນ​ການ​ພົບ​ປະ​​ກັບບັນ​ດາ​ນັກ​ຂ່າວ​ຂອງ ຫວຽດ​ນາມ ທີ່​ພວມ​ປະ​ຕິ​ບັດ​ງານ​ຢູ່ ລັດ​ເຊຍ ແລະ ຜູ້​ຕາງ​ໜ້າ​ບາງ​ອົງ​ການ​ສື່​ມວນ​ຊົນ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ປະ​ຈຳ ມົດ​ສ​ກູ. ກ່າວ​ຄຳ​ເຫັ​ນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນ​ຜູ​້​ມີ​ອຳ​ນາ​ດ​ເຕັມ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ​ຫງວຽນ​ແທງ​ເຊີນ ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ນັກ​ຂ່າວ​ຂຶ້ນ​ກັບ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ຄື: ວິ​ທະ​ຍຸ​ກະ​ຈາຍ​ສຽງ, ໂທ​ລະ​ພ​າບ ຫວຽດ​ນາມ ແລະ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປ​ະ​ຈຳ ລັດ​ເຊຍ ໄດ້​ຕິດ​ຕາມ​​ການ​ເຄື່ອນ​ໄຫວ​ໃນບໍ​ລິ​ເວນ, ສ່ອງ​ແສງ​ການ​ເຄື່ອນ​ໄຫວ​ທຸກ​ດ້ານ​ຂອງປະ​ເທດ​ລັ​ດ​ເຊຍ ແລະ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ​ອາ​ໄສ​ຢູ່ ລັດ​ເຊຍ ຢ່າງ​ທັນ​ການ, ຮັບ​ໃຊ້​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ຂ​ອງ​ການ​ນຳ​ພັກ, ລັດ, ປະ​ກອບ​ສ່ວນ​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ລະ​ຫວ່າງ ຫວຽດ​ນາມ ແລະ ສ​ະ​ຫະ​ພັນ ລັດ​ເຊຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແທງ​ເຊີນ ກໍ່​ຍ້ອງ​ຍໍ​ຊົມ​ເຊີຍ ບັນ​ດາ​ນັກ​ຈ​ຂ່າວສະ​ໝັກຫຼິ້ນໃນ​ປະ​ຊາ​ຄົມ​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ຢ່າງ​ມີ​ປະ​ໂຫຍດ​ເຖິງ​ພໍ່​ແມ່​​ພີ່​ນ້ອງ​ຊາວ ຫວຽດ​ນາມ ​ຢູ່ ລັດ​ເຊຍ ຜ່ານ​ສື່​ເອ​ເລັກ​ໂຕ​ນິກ, ໜັງ​ສື​ພິມ. ​ໃນການ​ພົບ​ປະ​ຄັ້ງ​ນີ້, ບັນ​ດາ​ນັກ​ຂ່າວ ຫວຽດ​ນາມ ປະ​ຈ​ຳ ລັດ​ເຊຍ ແລະ ບັນ​ດາ​ນັກ​ຂ່າວ​ສະ​ໝັກຫຼິ້ນ​ໄດ້​ກ່າວ​ຄຳ​ເຫັນ​ຮັບ​ຮູ້​ຄວາມ​ເອົາ​ໃຈ​ໃສ່, ​ການ​ໜູນ​ຊ່ວຍຈາກ​ສະ​ຖານ​ທູດ ​ທີ່ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ກາ​ນັກ​ຂ່າວ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ, ເຜີຍ​ແຜ່​ຢູ່​ປະ​ເທດ​ລັດ​ເຊຍ ເປັນ​ຢ່າງ​ດີ.

                            


ຂ່າວ/ບົດ​ອື່ນ