ພິທີມອບລາງວັນ ດັ້ງຖູ່ຍເຈີມ
(ພາບ: dantri.com.vn)
|
(vovworld) – ຕອນຄຳ່ວັນທີ 25/2, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ, ສະຫະພັນຊາວໜຸ່ມ, ສະມາຄົມທ່ານໝໍໜຸ່ມ ນະຄອນ ຮ່າໂນ້ຍ ໄດ້ສົມທົບກັນຈັດຕັ້ງພິທີຍ້ອງຍໍຊົມເຊີຍທ່ານໝໍໜຸ່ມທີ່ດີເດັ່ນ 60 ຄົນຂອງນະຄອນຫຼວງ ແລະ ມອບລາງວັນ “ດັ້ງຖູ່ຍເຈີມ” ປີ 2016 ເນື່ອງໃນໂອກາດສະເຫຼີມສະຫຼອງ 61 ປີແຫ່ງວັນແພດໝໍ ຫວຽດນາມ (27/2/1955 – 27/2/2016). ເຊິ່ງແມ່ນໜຶ່ງໃນຈຳນວນທ່ານໝໍ 10 ຄົນໄດ້ຮັບລາງວັນ ດັ້ງຖູ່ຍເຈີມ, ທ່ານໝໍ ຫວໍເຈືອງຍືງອກ, ຮອງຜູ້ອຳນວຍການສູນປົວແຂ້ວເຕັກນິກສູງໃຫ້ຮູ້ວ່າ:
“ດ້ວຍບົດບາດແມ່ນຄູສອນ ກໍ່ຄືແມ່ນທ່ານໝໍຄົນໜຶ່ງເມື່ອໄດ້ຮັບລາງວັນນີ້ຂ້າພະເຈົ້າຮູ້ສຶກວ່າຕົນເອງຕ້ອງສຸດຈິດສຸດໃຈກັບວຽກງານກ່ວາອີກ. ຖ້າຫາກຂ້າພະເຈົ້າປະຕິບັດສຳເລັດຄວາມຮັບຜິດຊອບຂອງທ່ານໝໍນັ້ນ, ເມື່ອຂຶ້ນຫ້ອງສອນໃຫ້ນັກສຶກສາຈະໄດ້ເພີ່ມຄວາມເຊື່ອໝັ້ນຕົນເອງກ່ວາ ແລະ ສືບທອດຄວາມເມົາມົວຂອງຕົນໃຫ້ລຸ້ນຫຼັງ.”
ວັນທີ 25/2, ສະຫະພັນແຮງງານນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການພົບປະສັງສັນກັບທ່ານໝໍດີເດັ່ນ 90 ຄົນຂອງນະຄອນຫຼວງ. ທີ່ການພົບປະ, ທ່ານນາງຮອງປະທານສະຫະພັນແຮງງານ ນະຄອນ ຮ່າໂນ້ຍ ດັ້ງທິເຢືອງຮວາ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນຂອງທ່ານໝໍລຸ້ນຕ່າງໆສຳລັບພາລະກິດພັດທະນາຂອງຂະແໜງສາທາລະນະສຸກນະຄອນ, ພິເສດແມ່ນໃນວຽກງານເບິ່ງແຍງດູແລ ແລະ ປົກປັກຮັກສາສຸຂະພາບຂອງປະຊາຊົນ.
ເນື່ອງໃນໂອກາດນີ້, ແຂວງ ທ໋າຍງວຽນ, ນະຄອນ ດ່ານັ້ງ, ແຂວງ ຮ່າຕິ້ງ ກໍ່ມີການເຄື່ອນໄຫວສະເຫຼີມສະຫຼອງເຊັ່ນດຽວກັນ.