(vovworld) - ວັນທີ 4/3, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ຮ່ວາງຈູງຫາຍ ໄດ້ເຮັດວຽກກັບສະຫະພັນແມ່ຍິງ ຮ່າໂນ້ຍ ແລະ ເຂົ້າຮ່ວມກອງປະຊຸມພົບປະສັງສັນພະນັກງານຍິງທີ່ເປັນແກ່ນສານຂອງນະຄອນ. ທີ່ກອງປະຊຸມ, ທ່ານເລຂາຄະນະພັກນະຄອນ ຮ່ວາງຈູງຫາຍ ໄດ້ສົ່ງພອນໄຊອັນປະເສີດທີ່ສຸດເຖິງຜູ້ຕາງໜ້າແມ່ຍິງນະຄອນຫຼວງເນື່ອງໃນໂອກາດວັນແມ່ຍິງສາກົນທີ 8/3, ພ້ອມທັງຕີລາຄາສູງຄວາມມານະພະຍາຍາມຂອງສະຫະພັນແມ່ຍິງນະຄອນ ແລະ ສະຫະພັນແມ່ຍິງທຸກຂັ້ນໃນໄລຍະຜ່ານມາ. ທ່ານເລຂາຄະນະພັກນະຄອນ ຮ່ວາງຈູງຫາຍ ຫວັງວ່າ, ສະຫະພັນແມ່ຍິງນະຄອນຈະສຸມໃສ່ເຂົ້າວຽກງານຊີ້ນຳ, ນຳພາໃນການຈັດຕັ້ງກອງປະຊຸມໃຫຍ່ແມ່ຍິງທຸກຂັ້ນໃຫ້ສຳເລັດຜົນ, ຮັບປະກັນນຳ້ໃຈສາມັກຄີ, ປະຊາທິປະໄຕ, ສົມກຽດ, ແທດຈິງ, ຖືກກັບເນື້ອໃນ, ຂັ້ນຕອນ ແລະ ຄວາມຄືບໜ້າທີ່ໄດ້ກຳນົດ.
ແລະກໍ່ໃນວັນທີ 4/3, ຢູ່ດ່ານັ້ງ, ສະຫະພັນແມ່ຍິງນະຄອນ ດ່ານັ້ງ ໄດ້ຈັດຕັ້ງພິທີ “ມອບລາງວັນໃຫ້ສາຂາສະມາຄົມແມ່ຍິງທີ່ດີເດັ່ນ“ ປີ 2015ແລະ ປຸກລະດົມການແຂ່ງຂັນປີ 2016, ຄຳ່ນັບຮັບຕ້ອນກອງປະຊຸມໃຫຍ່ແມ່ຍິງທຸກຂັ້ນ, ອາຍຸການ 2016-2021, ແລະກໍ່ໃນໂອກາດນີ້ ສະຫະພັນແມ່ຍິງນະຄອນດ່ານັ້ງ ກໍ່ປຸກລະດົມການແຂ່ງຂັນ “ກໍ່ສ້າງ, ສ້ອມແປງເຮືອນ 100 ຫຼັງໃຫ້ແກ່ຄອບຄົວແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກ.“
ງານບຸນເສື້ອຍາວດ້ວຍຫົວຂໍ້ວ່າ “ເສື້ອຍາວຂອງພວກເຮົາ“ ດຳເນີນໃນຕອນຄຳ່ວັນທີ 4/3 ຢູ່ ວັນມ໋ຽວກວົກຕືຢາມ, ເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ ຢູ່ຮ່າໂນ້ຍ. ເຂົ້າຮ່ວມງານບຸນປີນີ້ມີບັນດາ “ນາງແບບພິເສດ“, ນັ້ນແມ່ນບັນດາເດັກນ້ອຍ, ຄົນພິການຂອງສູນມານະຈິດແຫ່ງຊີວິດ; ບັນດາທ່ານເອກອັກຄະລັດຖະທູດ, ອັກຄະລັດຖະທູດ, ແລະ ພັນລະຍາເອກອັກຄະລັດຖະທູດປະເທດຕ່າງໆ; ພ້ອມກັບບັນດານັກສີລະປິນທີ່ມີຊື່ສຽງຂອງຫວຽດນາມ. ນັກອອກແບບ ມິງແຮ້ງ, ຜູ້ກຳກັບລາຍການສະແດງໃນງານບຸນເສື້ອຍາວປີ 2016, ແບ່ງປັນວ່າ:
“ມັນຖືກກັບຫົວຂໍ້ຂອງງານບຸນ “ເສື້ອຍາວຂອງພວກເຮົາ“ໝາຍຄວາມວ່າເສື້ອຍາວບໍ່ມີພົມແດນ. ແຕ່ສິ່ງທີ່ພວກຂ້າພະເຈົ້າປາດຖະໜາທີ່ສຸດນັ້ນແມ່ນບັນດາຄຸນຄ່າໃໝ່ຂອງເສື້ອຍາວ, ເຖິງວ່າຈະແມ່ນຄົນຄືແນວໃດ, ເປັນຄົນຕູ້ຍ, ຈ່ອຍ, ຄົນໃຫຍ່, ຄົນນ້ອຍ, ຊຳ້ບໍ່ໜຳແມ່ນຄົນພິການ, ເມື່ອນຸ່ງຊຸດເສື້ອຍາວກໍ່ຮູ້ສຶກສະບາຍ, ພໍໃຈ ແລະ ເອກອ້າງທະນົງໃຈ. ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າພວມມຸ່ງໄປເຖິງບໍ່ພຽງແຕ່ໃນປີນີ້, ຫາກໃນພາຍພາກໜ້າອີກດ້ວຍ“.