ການເຄື່ອນໄຫວທີ່ອຸດົມສົມບູນຕ່າງໆສະຫງວນໃຫ້ລຸ້ນໜຸ່ມຊາວຫວຽດນາມອາໄສຢູ່ຕ່າງປະເທດໃນຄ້າຍພັກແລ້ງຫວຽດນາມປີ2015

ການເຄື່ອນໄຫວທີ່ອຸດົມສົມບູນຕ່າງໆສະຫງວນໃຫ້ລຸ້ນໜຸ່ມຊາວຫວຽດນາມອາໄສຢູ່ຕ່າງປະເທດໃນຄ້າຍພັກແລ້ງຫວຽດນາມປີ2015 - ảnh 1
ພາບ​ປະ​ກອບ

(vovworld) - ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ຕ່າງ​ປະ​ເທດ (​ຂຶ້ນ​ກັບກະ​ຊວງ​ການ​ຕ່າງ​ປະ​ເທດ) ໃຫ້​ຮູ້​ວ່າ: ຄ້າຍ​ພັກ​ແລ້ງ ຫວຽດ​ນາມ ປີ 2015 ດ້ວຍ​ຫົວ​ຂໍ້​ວ່າ “ເອກ​ອ້າງ​ທະ​ນົງ​ໃຈ ຫວຽດ​ນາມ” ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 13 – 31/7/2015 ຢູ່​ຫຼາຍທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ຄ້າຍ​ພັກ​ແລ້ງ​ມີ​ການ​ເຄື່ອນ​ໄຫວ​ອຸ​ດົມ​ສົມ​ບູນຫຼາຍ​ຢ່າງ, ມີ​ປະ​ໂຫຍດໃນ​ກາ​ນ​ຮ່ຳ​ຮຽນ, ເຮັດ​ວຽກ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ຂະ​ບວນ​ການ​ສ້າງ​ປະ​ຊາ​ຄົມ, ອ​ວາຍ​ໜ້າ​ເມືອ​ຫາ​ບ້າ​ນ​ເກີດ​ເມືອງນອນ, ປະ​ເທດ​ຊາດ. ມາ​ຮອດ​ປະ​ຈຸ​ບັນ, ​ມີ​ຜູ້​ແທນ​ແມ່ນ​ຊາວ​ໜຸ່ມ, ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ຄ້າຍ​ພັກ​ແລ້ງ​ແມ່ນ​ກ່​ວາ 160 ຄົນ​ທີ່​​ກັບມາ​ຈາກ 21 ປະ​ເທດ, ເຂດ​ແຄ້ວນ​ໃນ​ໂລກ. ​ພິ​ທີ​ໄຂ​ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2015 ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 16/7, ຢູ່​ຮ່າ​ໂນ້ຍ. ໃນ​ໄລ​ຍະ​ດຳ​ເນີນ​ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2015, ບັນ​ດາ​ຊາວ​ໜຸ່ມ - ນັກ​ສຶກ​ສາເຊິ່ງ​ແມ່ນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຈະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ເຂົ້າ​ສຸ​ສານ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ, ຢ້ຽມ​ຢາມ​ວິ​ຫານ ຮູ່ງ ແລະ ວິ​ຫານ ລາກ​ລອງກວນ, ຫໍ​ພິ​ພິ​ຕະ​ພັນ​ປະ​ຫວັດ​ກອງ​ທັບ ຫວຽດ​ນາມ, ເຂົ້າ​ຢ້ຽມ​ສຸ​ສານ​ພົນ​ເອກ ຫວໍ​ງວຽນ​ຢາບ, ອາ​ໄລ​ຫາ​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ເຈື່ອງ​ເຊ​ີນ… ພ້ອມ​ກັບ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ