ການເຄື່ອນໄຫວຜະລິດຢູ່ທ່າກ່ຳປັ່ນ ເກີ໋ມຝາ ໃນຕົ້ນປີໃໝ່ປີມະແມ 2015
(ພາບປະກອບ)
|
(vovworld) – ໃນມື້ຕົ້ນປີໃໝ່ປີມະແມ 2015, ວັນທີ 19/2, ມີຫຼາຍທ້ອງຖິ່ນໄດ້ເລີ່ມເຄື່ອນໄຫວດຳເນີນທຸລະກິດ, ການທ່ອງທ່ຽວດ້ວຍຄວາມປາດຖະໜາຢາກໃຫ້ປີໃໝ່ບັນລຸຜົນສຳເລັດ ແລະ ໂຊກດີ.
8 ໂມງເຊົ້າວັນທີ 19/2, ຢູ່ທ່າກຳປັ່ນ ເກີ໋ມຝາ, ແຂວງ ກວາງນີງ, ບໍລິສັດສາງ ແລະ ທ່າກຳປັ່ນ ເກີ໋ມຝາ, ຂຶ້ນກັບກຸ່ມບໍລິສັດຖ່ານຫີນ ຫວຽດນາມ ໄດ້ຕ້ອນຮັບກຳປັ່ນລຳໜຶ່ງເຂົ້າທຽບທ່າ ແລະ ຂົນສົ່ງຖ່ານຫີນຖ້ຽວທຳອິດໃນປີໃໝ່.
ໃນຕອນເຊົ້າມື້ທຳອິດຂອງປີໃໝ່ປີມະແມ, ຂະແໜງທ່ອງທ່ຽວແຂວງ ດ່ານັ້ງໄດ້ຕ້ອນຮັບຄະນະແຂກທ່ອງທ່ຽວທຳອິດໄປດ້ວຍທາງທະເລໃນກ່ຳປັ່ນ Star Bridge. ສ່ວນຫຼາຍແຂກທ່ອງທ່ຽວໃນກ່ຳປັ່ນນີ້ຖືສັນຊາດ ອາເມລິກາ.
ສ່ວນຢູ່ດ່ານຊາຍແດນສາກົນ ກິມແທ່ງ, ຂຶ້ນກັບດ່ານຊາຍແດນສາກົນ ລາວກາຍ ຕິດກັບແຂວງ ຢຽນໜານ (ປະເທດຈີນ), ບໍລິສັດຈຳກັດຜູ້ດ່ຽວຂາເຂົ້າຂາອອກຜະລິດຕະພັນກະເສດ ອານບີ່ງ ໄດ້ນຳເຂົ້າສິນຄ້າຖ້ຽວທຳອິດຈາກ ຈີນ. ທ່ານ ເຢ້ຄ້ວາຍ, ຜູ້ອຳນວຍການບໍລິສັດຈຳກັດການຄ້າ ໝາວເຢ້ - ຂືວເຂົ້າ (ປະເທດ ຈີນ), ໃຫ້ຮູ້ວ່າ:
“ໃນວັນທີ 1 ຂອງບຸນເຕັດ, ພວກຂ້າພະເຈົ້າອາດສາມາດສົ່ງອອກສິນຄ້າໄປຍັງ ຫວຽດນາມ ຄືແນວນີ້, ຂ້າພະເຈົ້າຫວັງວ່າໃນປີ 2015, ການດຳເນີນທຸລະກິດຂອງບັນດາວິສາຫະກິດ ຈີນ - ຫວຽດນາມ ຈະນັບມື້ນັບດີກ່ວາເກົ່າ. ຫວັງວ່າໃນປີໃໝ່, ການດຳເນີນທຸລະກິດການຄ້າ ແລະ ການຮ່ວມມືລະຫວ່າງ ຈີນ ແລະ ຫວຽດນາມ, ພີເສດແມ່ນເມືອງ …. ແລະ ແຂວງ ລາວກາຍ ຈະພັດທະນາດີກ່ວາປີກ່ອນ.”