(vovworld) – ວັນທີ 20/11, ຄູອາຈານນັບລ້ານຄົນຈາກບັນດາໂຮງຮຽນປະຖົມຕະຫຼອດຮອດວິທະຍາໄລ, ມະຫາວິທະຍາໄລ, ບັນດາສູນສຶກສາໃນທົ່ວປະເທດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 31 ປີແຫ່ງວັນຄູ ຫວຽດນາມ 20/11. ພ້ອມກັນນັ້ນ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນກໍ່ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອເຊີດຊູບັນດາຄູອາຈານທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າພື້ນຖານສຶກສາ ຫວຽດນາມ. ຕອນບ່າຍວັນທີ 19/11, ຢູ່ ຮ່າໂນ້ຍ, ກະຊວງຕຳຫຼວດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 31 ປີແຫ່ງວັນຄູ ຫວຽດນາມ ແລະ ອວຍພອນໃຫ້ບັນດາຄູອາຈານຕຳຫຼວດ ປຊຊ ໄດ້ຮັບການຮັບຮອງວ່າບັນລຸນາມຕຳແໜ່ງ ສາດສະດາຈານ, ຮອງສາດສະດາຈານປີ 2013. ກ່າວຄຳເຫັນນະພິທີ, ທ່ານລັດຖະມົນຕີ ເຈີນດ້າຍກວາງ ໄດ້ຮັບຮູ້, ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງຄູອາຈານຕຳຫຼວດປະຊາຊົນລຸ້ນຕ່າງໆ:
“ຄະນະພັກຕຳຫຼວດສູນກາງ ແລະ ກະຊວງຕຳຫຼວດຫວັງວ່າຖັນແຖວຄູອາຈານໃນກຳລັງຕຳຫຼວດປະຊາຊົນ ແລະ ບັນດາສະຫາຍຫາກໍ່ໄດ້ຮັບການຮັບຮອງບັນລຸນາມຕຳແໜ່ງສາດສະດາຈານ, ຮອງສາດສະດາຈານສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຕຳຫຼວດປະຊາຊົນ ຫວຽດນາມ ວິລະຊົນ, ປະຕິບັດຄຳສັ່ງສອນຂອງລຸງໂຮ່ເປັນຢ່າງດີ: “ໜ້າທີ່ຂອງບັນດາຄູອາຈານ ແມ່ນໜັກໜ່ວງທີ່ສຸດ, ແຕ່ເອກອ້າງທະນົງໃຈທີ່ສຸດ””
ແລະກໍ່ໃນຕອນຄຳ່ວັນດຽວກັນ, ຄະນະຊາວໜຸ່ມກອມມູນິດ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍ, ມອບລາງວັນໃຫ້ “ຄູອາຈານໜຸ່ມດີເດັ່ນ” 118 ຄົນ ປີ 2013 ແລະ ເຊີດຊູຄູອາຈານ 10 ຄົນໄດ້ຮັບນາມມະຍົດຄູອາຈານໜຸ່ມດີເດັ່ນ 3 ປີຢ່າງລຽນຕິດ 10 ຄົນ.
ຕອນເຊົ້າວັນທີ 20/11, ຢູ່ແຂວງ ເກີນເທີ, ສະຖາບັນການເມືອງ - ການປົກຄອງ ເຂດ 4 ສະເຫຼີມສະຫຼອງ 31 ປີແຫ່ງວັນຄູຫວຽດນາມ (20/11/1982 – 20/11/2013). ບັນດາຄູອາຈານໄດ້ພ້ອມກັນທົບທວນຄືນມູນເຊື້ອສະຫງ່າລາສີ ພ້ອມກັບບັນດາຜົນງານພົ້ນເດັ່ນຂອງສະຖາບັນການເມືອງ - ການປົກຄອງ ເຂດ 4. ບັນດາຄູອາຈານຢັ້ງຢືນວ່າ ບັນດາໝາກຜົນເປັນໜ້າສົ່ງເສີມໃນໄລຍະຜ່ານມາແມ່ນເລື່ອງສະຖາບັນໄດ້ສ້າງ ແລະ ບຳລຸງສ້າງຖັນແຖວພະນັກງານສິດສອນຢ່າງບໍ່ຢຸດຢັ້ງເພື່ອຮັບໃຊ້ໃຫ້ວຽກງານບຳລຸງສ້າງຢູ່ເຂດທົ່ງພຽງແມ່ນ້ຳຂອງ. ທາງສະຖາບັນກຳນົດເລື່ອງຍົກສູງຄຸນນະພາບການສິດສອນໃຫ້ແກ່ບັນດາຄູອາຈານປັດໄຈສຳຄັນທີ່ສຸດ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ບື່ນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ.