ການເຄື່ອນໄຫວສະເຫຼີມສະຫຼອງ25ປິແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສ.ເກົາຫຼີ
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເກົາຫຼີ ຟ້າມຮິວຈິ໋
(ພາບ: vietnamplus.vn)
(vovworld) - ວັນທີ 08/02, ຢູ່ນະຄອນຫຼວງເຊີອຸນ ຂອງສ.ເກົາຫຼີ, ສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ແລະ ກະຊວງການຕ່າງປະເທດສ.ເກົາຫຼີ ພ້ອມກັນຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ. ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ບັນດາເຫດການ ເຊິ່ງຖືກດຳເນີນໃນປີ 2017 ເພື່ອສະເຫຼີມສະຫຼອງ 25 ປິແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ຝ່າຍ (22/12/1992 – 22/12/2017). ໃນບົດກ່າວປາໄສໄຂພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເກົາຫຼີ ຟ້າມຮິວຈິ໋ ຊີ້ແຈ້ງເລື່ອງລັດຖະບານຫວຽດນາມ ແລະ ສ.ເກົາຫຼີ ສ້າງຕັ້ງການພົວພັນທາງການທູດ 2 ຝ່າຍຢ່າງເປັນທາງການ ກ່ອນນີ້ 25 ປີ ແລະ ການພົວພັນນີ້ບັນລຸໄດ້ຜົນງານພໍສົມຄວນໃນຫຼາຍຂົງເຂດ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ການຮ່ວມມືໃນພາກພື້ນ ແລະ ທົ່ວໂລກ. ພ້ອນກັນນັ້ນ, ທ່ານເອກອັກຄະລັດຖະທູດ ຟ້າມຮິວຈິ໋ ກໍ່ເນັ້ນໜັກວ່າ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມທະວີການຮ່ວມມືຢ່າງແທ້ຈິງ, ສະຖຽນລະພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Lee Jeong-gyu ໃຫ້ຮູ້ວ່າ, ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ ກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍຊອກຫາບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີການພົວພັນ ແລະ ພັດທະນາການພົວພັນນີ້ໃນໄລຍະຈະມາເຖິງ.