ການເຄື່ອນໄຫວສະເຫຼີມສະຫຼອງ 70 ປີ ແຫ່ງວັນ
ສ້າງຕັ້ງກອງທັບປະຊາຊົນຫວຽດນາມ
(ພາບ: qdnd.vn)
(vovworld) - ໃນຊຸມມື້ນີ້, ບັນດາ ການເຄື່ອນໄຫວສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22/12/1944-22/12/2014) ແລະ 25 ປີ ແຫ່ງວັນທົ່ວປວງຊົນປ້ອງກັນປະເທດ (22/12/1989-22/12/2014) ໄດ້ດຳເນີນໄປຢູ່ຫຼາຍທ້ອງຖີ່ນໃນທົ່ວປະເທດ.
ວັນທີ 20/12, ກອງບັນຊາການທະຫານເຂດ 5 ໄດ້ຈັດຕັ້ງງານໂຮມຊຸມນຸມ ເພື່ອທົບທວນຄືນມູນເຊື້ອອັນສະຫງ່າລາສີຂອງ ກອງທັບປະຊາຊົນຫວຽດນາມໃນໄລຍະ 70 ປີຜ່ານມາ. ກຳມະການການເມືອງກອງບັນຊາການທະຫານເຂດ 5, ພົນຕີ ເຈິ່ນກວາງເຟືອງ ຊີ້ແຈ້ງວ່າ, ໄລຍະຈະມາເຖິງກຳລັງປະກອບອາວຸດທະຫານເຂດ 5 ຈະຕັ້ງໜ້າກໍ່ສ້າງພື້ນຖານການເມືອງ, ເພີ່ມທະວີ “ທ່າຮົບປະຊາຊົນ“, ເປັນເຈົ້າການຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດສັງຄົມ; ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການ “ຕອບບຸນແທນຄຸນ“, “ລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ“, ກອງທັບຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນກໍ່ສ້າງຊົນນະບົດໃໝ່. ໃນວັນດຽວກັນ, ງານໂຮມຊຸມນຸມກໍ່ໄດ້ດຳເນີນຢູ່ນະຄອນ ເກິ່ນເທີ, ແຂວງກວາງຫງາຍ, ແລະ ບັນດາແຂວງ, ນະຄອນອື່ນໆໃນທົ່ວປະເທດ.
ກ່ອນໜ້ານັ້ນ, ວັນທີ 19/12, ຢູ່ບັນດາແຂວງ ລາຍເຈົາ, ອຽນບ໋າຍ, ນາມດິ້ງ, ດົ່ງນາຍ, ຟູ໋ອຽນ, ບິ່ງດິ້ງ, ເຫົ້າຢາງ ກໍ່ຈັດງານພົບປະສັງສັນທີ່ເປັນມູນເຊື້ອ, ງານໂຮມຊຸມນຸມເພື່ອທົບທວນຄືນໄລຍະ 70 ປີ ແຫ່ງການຕໍ່ສູ້, ກໍ່ສ້າງ ແລະ ເຕີບໃຫຍ່ຂອງ ກອງທັບປະຊາຊົນຫວຽດນາມ, ກໍ່ຄືຈັດການເຄື່ອນໄຫວຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນຢູ່ທ້ອງຖີ່ນ.
ວັນທີ 19/12, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນເທ໋ຖາວ ກໍ່ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຜູ້ທີ່ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງທະຫານທີ່ດີເດັ່ນ ເຊິ່ງໄດ້ມີການປະກອບສ່ວນເພື່ອພາລະກິດຕໍ່ສູ້, ປົດປ່ອຍປະເທດຊາດ, ປະຈຸບັນພວມດຳລົງຊີວິດຢູ່ເມືອງບາດິ່ງ, ຮ່າໂນ້ຍ.