ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງໄຊຊະນະລັດທິຟາດຊິດຢູ່ປະເທດຕ່າງໆໃນໂລກ

ການເຄື່ອນໄຫວສະເຫຼີມສະຫຼອງ70ປີແຫ່ງໄຊຊະນະລັດທິຟາດຊິດຢູ່ປະເທດຕ່າງໆໃນໂລກ - ảnh 1
ພິ​ທີ​ສະ​ເຫຼີມ​ສ​ະຫຼອງ​ຢູ່ ຝ​ຣັ່ງ
(ພາບ: congly.com.vn)

(vovworld) – ຢູ່​ນະ​ຄອນຫຼວງ ລອນດອນ, ປະ​ເທດ ອັງ​ກິດ, ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ລັດ​ທິ ຟາດ​ຊິດ ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ເວ​ລາ 3 ວັນ, ເລີ່​ມ​ແຕ່​ວັນ​ທີ 8/5. ປະ​ຊາ​ຊົນ ອັງ​ກິດ​ນັບ​ຮ້ອຍ​ຄົນ, ໃນ​ນັ້ນ​ມີ​ນັກ​ຮົບ​ເກົ່າ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີສອງ 100 ຄົນ, ຜູ້​ຕາງ​ໜ້າ​ລາ​ຊະ​ວົງ​ອັງ​ກິດ, ນັກ​ການ​ເມືອງ… ໄດ້​ເຂົ້າ​ຮ່ວມ​ພິ​ທີ​ອາ​ໄລ​ຫາ​ຢູ່​ອະ​ນຸ​ສາ​ວາ​ລີ Cenotaph ເພື່​ອ​ອາ​ໄລ​ຫາ​ບັນ​ດ​າ​ນັກ​ຮົບ​ປະ​ເທດນີ້​ເສຍ​ສະຫຼະ​ຊີ​ວິດ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2.

        ​ໃນ​ວັນ​ທີ 8/5, ປະ​ຊາ​ຊົນ ໂອ​ຕ​ຣິດ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ດ້ວຍ​ງານ​ລາ​ຕີ​ປະ​ສານ​ສຽງ “ວັນ​ບຸນ​ຂອງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ”. ໃນ​ວັນ​ໄຊ​ຊະ​ນະ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂອ​ຕ​ຣິດ Heinz Fischer ພ້ອມ​ກັບ​ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດເອ​ກະ​ລາດ (SNG) ແລະ ບາງ​ປະ​ເທດ ອາ​ຊີ​ວາງ​ພວງ​ມາ​ລາ​ຢູ່​ເຂດສຸ​ສານ​ນັກ​ຮົບ ໂຊວຽດ 18.000 ຄົນ​ທີ່​ເສຍ​ສະຫຼະ​ວິດ​ໃນ​ເຂດ​ດິນ​ແດນ ໂອ​ຕ​ຣິດ ໃນ​ເສັ້ນ​ທາງ​ປົດ​ປ່ອຍ ເອີ​ລົບ ອອກ​ຈາກ​ແອກ​ປົກ​ຄອງ​ຂອງ ຟາດ​ຊິດ.

      ໃນ​ຂະ​ນະ​ນັ້ນ, ນອກ​ແວ ກໍ່​ໄດ້​ຈັດ​ຕັ້ງ​ການ​ຍິງບັ້ງ​ໄຟ​ດອກ ແລະ ວາງ​ພວງ​ມາ​ລາ​ຢູ່​​ເຂດສຸ​ສານ​ນັບ​ຮົບ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ການ​ນຳ​ລັດ​ຖະ​ບານ ແລະ ນັກ​ຮົບ​ເກົ່າ.

      ສ່ວນ​ຢູ່ ຝ​ຣັ່ງ, ໃນ​ການ​ສະ​ເຫຼີມ​ສະຫຼອງ​ເມື່ອ​ວັນ​ທີ 8/5, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ Francois Hollande ໄດ​້​ຍ້ອງ​ຍໍ​ຊົມ​ເຊີຍ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ກຳ​ລັງ​ຂອງ ຝ​ຣັ່ງ ເຂົ້າ​ໃນ​ໄຊ​ຊະ​ນະ​ລວມ​ຕ້ານ​ຄື​ນ​ລັດ​ທິ ຟາດ​ຊິດ.

      ກໍ່​ໃນ​ວັນ​ດຽວ​ກັນ, ງານ​ວາງ​ສະ​ແດງ​ພິ​ເສດ ແລະ ເປັ​ນ​ມູນ​ເຊື້ອ “ຍົກ​ຈອກ​ເພື່ອ​ສັນ​ຕິ​ພາບ” ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫໍ​ພິ​ພິດ​ຕະ​ພັນ ເຢຍ​ລະ​ມັນ - ລັດ​ເຊຍ ຢູ່​ເຂດ Karlshorst, ນະ​ຄອນຫຼວງ ແບກ​ລີງ, ປະ​ເທດ ເຢຍ​ລະ​ມັນ.

      ພ້ອມ​ກັບ​ບັນ​ຍາ​ກາດ​ຢູ່​ບັນ​ດາ​ປະ​ເທດ ເອີ​ລົບ, ວັນ​ທີ 8/5, ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ຟາດ​ຊິດ, ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ກໍ່​ໄດ້​ຈັດ​ຕັ້ງ​ຢູ່ ອາ​ເມ​ລິ​ກາ, ກາ​ນາ​ດາ ແລະ ບ​ຣາ​ຊີນ ເຊັນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ