ທ່ານ ເລຮ່ວາຍຈູງ ອວຍພອນສະຖານທູດ ລາວ ປະຈຳ ຫວຽດນາມ
(ພາບ: TTXVN)
(vovworld) – ວັນທີ 30/11 ທ່ານ ເລຮ່ວາຍຈູງ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນກະຊວງການຕ່າງປະເທດ ມາສະຖານທູດ ລາວ ປະຈຳ ຫວຽດນາມ ອວຍພອນວັນຊາດແຫ່ງ ສປປ ລາວ ຄົບຮອບ 40 ປີ (2/12/1975 – 2/12/2015). ທ່ານເລຮ່ວາຍຈູງ ເນັ້ນໜັກວ່າ: ພັກ, ລັດ, ປະຊາຊົນ ຫວຽດນາມ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ສາຍພົວພັນສາມັກຄີແບບພິເສດທີ່ມີຄວາມສັດຊື່ບໍລິສຸດລະຫວ່າງ ຫວຽດນາມ - ລາວ. ທ່ານ ເລຮ່ວາຍຈູງ ປາດຖະໜາຢາກສືບຕໍ່ການຮ່ວມມືປະກອບສ່ວນເຂົ້າໃນວຽກງານຂອງ 2 ກະຊວງການຕ່າງປະເທດ ກໍ່ຄືຂອງພັກ ແລະ ລັດ 2 ປະເທດຢ່າງມີປະສິດທິຜົນ.
ແລະກໍ່ໃນວັນດຽວກັນ, ທ່ານ ຫວໍວັນເຖືອງ ຮອງເລຂາປະຈຳຄະນະພັກນະຄອນ ໂຮ່ຈີມິນ ໄປອວຍພອນພະນັກງານ, ພາລະກອນສະຖານກົງສູນໃຫຍ່ ລາວ ປະຈຳ ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 40 ປີ.