ການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງຫວຽດນາມ20/10ຢູ່ລັດເຊຍແລະສ.ເຊັກ

ການເຄື່ອນໄຫວສະເຫຼີມສະຫຼອງວັນແມ່ຍິງຫວຽດນາມ20/10ຢູ່ລັດເຊຍແລະສ.ເຊັກ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່ ສ. ເຊັກ
(ພາບ: Ngọc Mai/Vietnam+)

(vovworld) –  ​ວັນ​ທີ 18/10, ຢູ່​ສູນ​ການ​ຄ້າ​ຮ່າ​ໂນ້ຍ​​ທີ່​ນະ​ຄອນຫຼວງ ມົດ​ສ​ກູ, ສະ​ຫະ​ພັນ​ລັດ​ເຊຍ, ສະ​ມາ​ຄົມ​ຮ່ວມ​ບ້ານ​ເກີດແຂວງ ເງະ​ອານ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 4ປີ​ແຫ່ງວັນ​ສ້າງ​ຕັ້ງ (2011 -2014) ແລະ ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ​ຫວຽດ​ນາມ 20/10. ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ, ມີ​ຜູ້​ຕາງ​ໜ້າ​ບາງ​ຂະ​ແໜງ​ການ​ຂອງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ ລັດ​ເຊຍ. ໄລ​ຍະ​ຜ່ານ​ມາ, ສະ​ມາ​ຄົມ​ຮ່ວມ​ບ້ານ​ເກີດ​ແຂວງ ເງະ​ອານ ຍາມ​ໃດ​ກໍ່​ອ່ວາຍ​​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ​ດ້ວຍ​ຄວາມ​ຮັກ​ແພງ, ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ, ໄດ​້ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ບັນ​ດາ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ແມ່​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ເດັກ​ພິ​ການ ແລະ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີນ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່ ສ.ເຊັກ, ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ຕ່າງໆສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ ຫວຽດ​ນາມ. ບັນ​ດາ​ການ​ເຄື່ອນ​ໄຫວ​ຖືກ​ຈັດ​ຕັ້ງ​ໃນ​ລະ​ຫວ່າງວັນ​ທີ 17 – 19/10 ປີນີ້​ໄດ້​ກາຍ​ເປັນ​ເຫດ​ການ​ອ່​ວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ ແລະ ເຊີດ​ຊູ​ວັດ​ທະ​ນະ​ທຳ ຫວຽດ​ນາມ. ພາຍ​ໃຕ້​ຫຼາຍຮູບ​ແບບ ແລະ ຂອບ​ຂະ​ໜາດ​ແຕກ​ຕ່າງ​ກັນ, ພໍ່​ແມ່​ປະ​ຊາ​ຊົນ, ພະ​ນັກ​ງານ, ​ນັກ​ຮຽ​ນ, ນັກ​ສຶກ​ສາ ຫວຽດ​ນາມ ພວມ​ຮ່ຳ​ຮຽນ ແລະ ດຳ​ລົງ​ຊີ​ວິດ​ຢູ່ ເຊັກ ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​​ວົງ​ຄະ​ນະ​ຍາດຕ່າງໆ ​ທີ່​ອ່ວາຍ​ເມືອ​ຫາ​​ບ້ານ​ເກີດ​ເມືອງນອນ.


ຂ່າວ/ບົດ​ອື່ນ