ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດທີ2/9ຢູ່ຕ່າງປະເທດ
ສະຖານທູດຫວຽດນາມປະຈຳກຳປູເຈຍ ຈັດພິທີສະເຫລີມສະຫລອງ
ວັນຊາດ 2/9
ພາບ:VOV
|
(vovworl)- ຕອນບ່າຍວັນທີ 1/9, ສະຖານທູດຫວຽດນາມ ຢູ່ ນະຄອນຫລວງມົດສະກຸ ສະຫະພັນລັດເຊຍ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ຄືວັນທີ 2/9. ກ່າວຄຳນະພິທີ, ທ່ານ ຫງວຽນແທງເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລັດເຊຍ ໄດ້ທົບທວນຄືນບັນດາຜົນງານອັນຍິ່ງໃຫຍ່ຊື່ງປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະ 70 ປີຜ່ານມາ ແລະ ເນັ້ນຫນັກວ່າ: ໃນຜົນງານລວມນັ້ນ ມີການຊ່ວຍເຫລືອສຸດຈິດສຸດໃຈຂອງປະເທດເພື່ອນມິດລັດເຊຍ.
ໃນຂະນະນັ້ນ, ທີ່ພິທີສະເຫລີມສະຫລອງວັນຊາດຫວຽດນາມ ທີ 2/9 ຈັດຂຶ້ນຢູ່ ສິງກະໂປ, ທ່ານ ຫງວຽນຕຽນມີງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ ເນັ້ນຫນັກວ່າ: ຫວຽດນາມ ພວມກ້າວເຂົ້າສູ່ໄລຍະໃຫມ່ແຫ່ງການປະຕິຮູບເສດຖະກິດ ດ້ວຍການປ່ຽນແປງຢ່າງຮອບດ້ານ ແລະ ຍຸດທະສາດສຸມໃສ່ເຂົ້າໃນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ແລະ ຮູບແບບການເຕີບໂຕເສດຖະກິດ.
ທີ່ພິທີສະເຫລີມສະຫລອງຈັດຂຶ້ນໃນຕອນຄ່ຳວັນທີ 1/9 ຢູ່ ນະຄອນຫລວງ ພະນົມເປັນ, ທ່ານ ແທກຢື, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ ໃຫ້ຮູ້ວ່າ: ໃນໄລຍະ 70 ປີຜ່ານມາ ແລະ ເປັນຕົ້ນພາຍຫລັງ 30 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃຫມ່, ສ້າງສາ ແລະ ພັດທະນາປະເທດຊາດ, ຫວຽດນາມ ຍາດໄດ້ຜົນງານອັນໃຫຍ່ຫລວງຫລາຍຢ່າງໃນທຸກດ້ານ. ເຂົ້າຮ່ວມພິທີສະເຫລີມສະຫລອງ, ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ Hor Namhong ຕີລາຄາສູງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ແລະ ສະແດງຄວາມເຄົາລົບນັບຖືຕໍ່ການພັດທະນາຂອງຫວຽດນາມ.