ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນການປະຕິວັດເດືອນສິງຫາ

ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນການປະຕິວັດເດືອນສິງຫາ - ảnh 1
ພາບ​ເອ​ກະ​ສານ

 (vovworld)- ​ວັນ​ທີ 19/8, ຫວຽດ​ນາມ ​ຈັດ​ຕັ້ງສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ. ກ່ອນນີ້ 70 ປີ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈິ​ມີນ, ປະ​ຊາ​ຊົນ​ໄດ້​ລຸກ​ຮຶ້​ຂຶ້ນ​​ທຳການ​ປະ​ຕິ​ວັດ​ລົບ​ລ້າງ​ແອກ​ຄອບ​ຄອງ, ​ກົດ​ຂີ່ຂູດ​ຮີດ​ໄຮ້​ຍຸດ​ຕິ​ທຳ​ຂອງ​ລະ​ບອບ​ລ່າເມືອງ​ຂຶ້ນ, ສັກ​ດີ​ນາ, ສ້າງ​ເປັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປະ​ຫວັດ​ສາດ, ສະ​ຖາ​ປະ​ນາ​ປະ​ເທດ ສາ​ທາ​ລະ​ນ​ະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ, ເປັນ​ລັດ​ປະ​ຊາ​ທິ​ປະ​ໄຕ​ທຳ​ອິດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

        ເນື່ອງ​ໃນ​ເຫດ​ການ​ປະ​ຫ​ວັດ​ສາດ​ສຳ​ຄັນ​ນີ້, ບັນ​ດາ​ຫນັງ​ສື​ພິມ​ໃຫຍ່ ສະ​ບັບ​ອອກ​ໃນ​ວັນ​ທີ 19/8 ໄດ້​​ລົງ​ພິມ​ເນື້ອ​ໃນ​ສ່ວນ​ຫລາຍ​ກ່ຽວ​ກັບ​ການ​ປະ​ຕິວັດ​ເດືອນ​ສິງ​ຫາ​ປີ 1945.  ໃນ​ຫນ້າ​ທຳ​ອິດ​ຂອງ​ຫນັງ​ສື​ພິມ​ເຍີນ​ເຢີນ(ກະ​ບອກ​ສຽງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​) ໄດ້​ລົງ​ພິມ​ຮູບ​ພາບ​ປະ​ທານ​ໂຮ່​ຈິ​ມີນ ແລະ ຂໍ້​ສັງ​ເກດ​ຂອງ​ເພີ່ນ​ກ່ຽວ​ກັບການ​ປ​ະ​ຕິວ​ັດ​ເດ​ືອນ​ສິງ​ຫາ ແມ່ນ​ການ​ຫັນ​ປ່ຽນ​ອັນ​ຍິ່ງ​ໃຫຍ່. ຫນັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີນ( ກະ​ບອກ​ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ​) ໄດ້​ລົງ​ພິມ​ບົດ​ນຳ​ດ້ວຍ​ຫົວ​ຂໍ​້​ວ່າ: “ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ປະຕິ​ບັດ​ແນວ​ທາງ​ປ່ຽນ​ແປງ​ໃຫມ່ຢ່າງ​ໝັ້ນ​ຄົງ” ແລະ ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: ບົດ​ຮຽນ​ກ່ຽວ​ກັບ​ການ​ຍາ​ດ​ແຍ່ງ​ກາ​ລະ​ໂອ​ກາດ. ສ່ວນ​ຫນັງ​ສື​ພິມ ໄຊ​ງ່ອນ​ປົດ​ປ່ອຍ ໄດ້​ລົງ​ພິມ​ບົດດ້ວຍ​ຫົວຂໍ້​ວ່າ: ບົດ​ຮຽນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ” ໄດ້​ຊີ້​ແຈ້ງ​ໄຊ​ຊະ​ນະ​ຂອງ​ການ​ລຸກ​ຮຶ້​ຂຶ້ນ​ຂະ​ຫນາດ​ໃຫຍ່​ເດືອນ​ສິງ​ຫາ​ປີ 1945 ແມ່ນ​ກາ​ນຢັ້ງ​ຢືນ​ບົດ​ບາດ ແລະ ກຳ​ລັງ​ແຮງ​ຂອງ​ມະ​ຫາ​ຊົນ, ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ບົດ​ຮຽນ​ການ​ປະ​ຕິ​ວັດ​ກ່ຽວ​ກັບ​ກາ​ນ​ລະ​ດົມ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ທຸກ​ຄົນ​ ຍັງ​ຄົງ​ຮັກ​ສາ​ຄຸນ​ຄ່າ​ດັ້ງ​ເດີມ​ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ປະ​ຈຸ​ບັນ​ຂອງ​ຫວຽດ​ນາມ.

ເນື່ອງ​ໃນ​ໂອ​ກາດນີ້ ຫລາຍ​ທ້ອ​ງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ໄດ້​ຈັດ​ການ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີມ​ສະ​ຫລອງ 70 ປີ ແຫ່ງວັນ​​ການປະ​ຕິ​ວັດ​ເດືອນ​ສິງ​ຫາ. ຂະ​ແຫນງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ 100 ປະ​ການ​ທີ່​ອຸ​ດົມ​ສົມ​ບູນ, ດູດ​ດື່ມ ເພື່ອ​ເຊີດ​ຊູ​ມູນ​ເຊື້ອ​ປະ​ຕິ​ວັດ​ທີ່​ສະ​ຫງ່າ​ອົງ​ອາດ ກໍ​ຄື ໝາກ​ຜົນ​ຂອງ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຫວຽດ​ນາມ ເວົ້າ​ລວ​ມ ແລະ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ເວົ້າ​ສະ​ເພາະໃນ 70 ປີ​ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ