ການເຄືື່ອນໄຫວສະເຫລີມສະຫລອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ
ພິທີສະເຫລີມສະຫລອງ85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ
ພາບ:vov
|
(vovworld)- ວັນທີ 27/1, ສະຖານທູດຫວຽດນາມປະຈຳອີຢີບ ໄດ້ຈັດຕັ້ງພິທີໂຮມຊຸມນຸມມິດຕິງສະເຫລີມສະຫລອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2015). ກ່າວຄຳເຫັນນະພິທີ, ທ່ານ ດາວແທງຈູງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຢີບ ຢືນຢັນວ່າ: ໃນ 85 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່, ພັກກອມມູນິດຫວຽດນາມ ໄດ້ນຳພາປະຊາຊົນຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ນຳປະເທດຊາດຫລຸດພົ້ນອອກຈາກສະພາບອຶດຫິວທຸກຍາກ, ດ້ອຍພັດທະນາ, ມີທີ່ຕັ້ງບົດບາດນັບມື້ນັບສຳຄັນໃນພາກພື້ນ ແລະ ໃນໂລກ. ທ່ານເອກອັກຄະລັດຖະທູດ ດາວແທງຈູງ ເນັ້ນຫນັກວ່າ: ການຊີ້ນຳນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ໄດ້ນຳການປະຕິວັດຫວຽດນາມ ຍາດໄດ້ບັນດາຜົນງານອັນໃຫຍ່ຫລວງ, ຍາດເອົາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ.