ພາບປະກອບ:internet
|
(vovworld)-ວັນທີ 29/4, ມີສະມາຊິກກຳມະບານກວ່າ 250 ຄົນ ຢູ່ແຂວງ ຟຸູອຽນ ໄດ້ເຂົ້າຮ່ວມພິທີປຸກລະດົມເດືອນກຳມະກອນປີ 2014 ແລະ ສະເຫລີມສະຫລອງ 128 ປີແຫ່ງວັນກຳມະກອນສາກົນ 1/5 ໂດຍສະຫະພັນແຮງງານແຂວງ ຟູອຽນ ຈັດຕັ້ງຂຶ້ນ. ໃນວັນດຽວກັນ, ສະຫະພັນແຮງງານແຂວງ ຕວຽນກວາງ ກໍໄດ້ປຸກລະດົມ “ເດືອນກຳມະກອນປີ 2014”. ດ້ວຍຫົວຂໍ້ “ກຳມະກອນຮ່ວມເດີນທາງເພື່ອການພັດທະນາແບບຍືນຍົງຂອງວິສາຫະກິດ”, ເດືອນກຳມະກອນປີ 2014 ແມ່ນສຸມໃສ່ເຂົ້າໃນ 5 ຫນ້າທີ່ຈຸດສຸມ, ໃນນັ້ນ ຈັດຕັ້ງການເຄື່ອນໄຫວເບີ່ງແຍງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄົນງານ.
ສ່ວນຢູ່ແຂວງ ດັກລັກ ກໍໄດ້ຈັດການເຄື່ອນໄຫວເຊີດຊູບັນດາແບບຢ່າງດິເດັ່ນໃນການອອກແຮງງານ. ທ່ານ ເຈີນຕວນແອງ, ປະທານສະຫະພັນແຮງງານ ແຂວງ ດັກລັກ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ປຸກລະດົມຂະບວນການແຂ່ງຂັນຮັກຊາດໃນກຳມະກອນ,ລັດຖະກອນ, ຜູ້ອອກແຮງງານ. ພວກຂ້າພະເຈົ້າຂົນຂວາຍບໍລິສັດນຳໃຊ້ຄົນງານເປັນເຈົ້າການໃນການແກ້ໄຂວຽກເຮັດງານທຳ ແລະ ສ້າງລາຍຮັບເປັນປົກກະຕິໃຫ້ແກ່ຄົນງານ.”