ການເຄື່ອນໄຫວສະເຫລີມສະຫລອງວັນຄູຫວຽດນາມ20/11

 ການເຄື່ອນໄຫວສະເຫລີມສະຫລອງວັນຄູຫວຽດນາມ20/11 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢ້ຽມ​ຢາມ ແລະ ກ່າວ​ຄຳ​ເຫັນ​ທີ່ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນ​ະ​ຄອນ​ໂຮ່​ຈິ​ມີນ
​ພາບ:thanhnien.vn

(vovworld)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 34 ປີ​ແຫ່ງວັນ​ຄູ ຫວຽດ​ນາມ (20/11/1982-20/11/2016), ຕອນ​ເຊົ້າ​ວັນ​ທີ 20/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ຢ້ຽມ​ຢາມ, ເຮັດ​ວຽກ ແລະ ອວຍ​ພອນ​ການ​ນຳ, ຄະ​ນະ​ອຳ​ນວຍ​ການ, ຄູ​ອາ​ຈານ, ພະ​ນັກ​ງານ,ລັດ​ຖະ​ກອນ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນ​ະ​ຄອນ​ໂຮ່​ຈິ​ມີນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ:

        “ໃນ​ໄລ​ຍະ 34 ປີຜ່ານ​ມາ, ວັນ​ທີ 20/11 ຍາມ​ໃດ​ກໍ​ແມ່ນ​ເຫດ​ການ​ພິ​ເສດ, ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ຂອງ​ທົ່ວ​ຂະ​ແຫນງ​ການ​ສຶກ​ສາ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ທ​ຸກ​ຄົ້ນ. ເນື່ອງ​ໃນ​ໂອ​ກາດນີ້, ຂໍ​ຕາງ​ຫນ້າ​ໃຫ້​ພັກ, ລັດ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄູ​ອາ​ຈານ​ໃນ​ທົ່ວ​ປະ​ເທດ. ພິ​ເສດ ແມ່ນ​ຄູ​ອາ​ຈານ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫລີກ, ເຂດ​ຊາຍ​ແດນ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ຈົດ​ຈ່ຳ, ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ, ການ​ເສຍ​ສະ​ຫລະ ແລະ ການ​ອຸ​ທິດ​ສ່ວນ​ຊື່ງບໍ່​ຮູ້​ອິດ​ຮູ້​ເມື່ອຍ​ຂອງ​ບັນ​ດາ​ຄູ​ອາ​ຈານ.”


ຕອບກັບ

ຂ່າວ/ບົດ​ອື່ນ