ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຢູ່ ກວາງຈິ ເນື່ອງໃນໂອກາດ 73 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ຄະນະຊາວໜຸ່ມແຂວງ ກວາງຈິ, ຄະນະຊາວໜຸ່ມບໍລິສັດໃຫຍ່ການບິນຫວຽດນາມ ໄດ້ສົມທົບກັນຈັດຕັ້ງການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ ແລະ ບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນໃນບໍລິເວນແຂວງ ກວາງຈິ້.

ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຢູ່ ກວາງຈິ ເນື່ອງໃນໂອກາດ 73 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1

 ພິທີມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ

(ພາບ: doanthanhnien.vn)

ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 73 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2020). ຫວ່າງມໍ່ໆມານີ້, ຄະນະຊາວໜຸ່ມແຂວງ ກວາງຈິ, ຄະນະຊາວໜຸ່ມບໍລິສັດໃຫຍ່ການບິນຫວຽດນາມ ໄດ້ສົມທົບກັນຈັດຕັ້ງການເດີນທາງກັບຄືນສູ່ກົກເຄົ້າເຫງົ້າກໍ ແລະ ບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນໃນບໍລິເວນແຂວງ ກວາງຈິ້.

        ໃນລາຍການດັ່ງກ່າວ, ຄະນະຜູ້ແທນໄດ້ມອບຂອງຂວັນ 50 ພູດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງ ກວາງຈິ. ຄະນະປະຕິບັດງານກໍ່ໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເສັ້ນທາງເລກ 9…

        ການເຄື່ອນໄຫວແມ່ນການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງໄວໜຸ່ມທີ່ມີຕໍ່ການເສຍສະຫຼະທີ່ໃຫຍ່ຫຼວງຂອງລຸ້ນພໍ່ລຸ້ນອ້າຍ; ຜ່ານນັ້ນແບ່ງປັນຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງກັບບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ກວາງຈິ.

ຕອບກັບ

ຂ່າວ/ບົດ​ອື່ນ