ບັນດາຜູ້ແທນເຂົ້າຮ່ວມພິທີສະເຫລີມສະຫລອງໄຊຊະນະແຄແຊນ
ພາບ:nhandan.vn
|
(vovworld)- ໃນວັນທີ 6 ແລະ 7/7, ຄະນະກຳມະການປະຊາຊົນເມືອງ ເຮືອງຮວາ ແຂວງ ກວ໋າງຈີ້ ໄດ້ຈັດຕັ້ງລາຍການສິລະປະ ເພື່ອສະເຫລີມສະຫລອງ 45 ປີແຫ່ງໄຊຊະນະ ແຄແຊນ(Khe Sanh), ປົດປ່ອຍເມືອງ ເຮືອງຮວາ. ທ່ານ ຫງວຽນງອກຊັກ, ປະທານຄະນະກຳມະການປະຊາຊົນເມືອງ ເຮືອງຮວາ ໃຫ້ຮູ້ວ່າ:
“ພິທີສະເຫລີມສະຫລອງຖືກຈັດຂຶ້ນຢູ່ສະຫນາມບິນ ຕາເກີນ ຊ່ືງແມ່ນສະຫນາມບິນແຫ່ງທຳອິດຂອງອາເມລິກາຢູ່ ແຄແຊນ. ດ້ວຍຫົວຂໍ້: “ກຳລັງແຮງ ຫວຽດນາມ”, ພິທີແມ່ນວາບພາບຄືນບັ້ນຮົບຕັດສິນໄຊຊະນະແຄແຊນ, ປົດປ່ອຍເມືອງເຮືອງຮວາ. ໄຊຊະນະນີ້ໄດ້ປະກອບສ່ວນເຮັດໃຫ້ອາເມລິກາຕ້ອງເຂົ້າໂຕະເຈລະຈາສັນຍາປາຣີ.”