(ພາບປະກອບ: vtv.vn)
(vovworld)- ວັນທີ 11/3, ຢູ່ແຂວງບ່າເຣ້ຍຫວູງເຕົາ, ຄະນະປະຕິບັດງານຄະນະຊີ້ນຳສູນກາງ ໂດຍທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນຫົວໜ້າຄະນະໄດ້ກວດກາວຽກງານຈັດຕັ້ງການຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ເນັ້ນຫນັກວ່າໃນໄລຍະຈະມາເຖິງ ທາງແຂວງຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານໂຄສະນາກ່ຽວກັບຮ່າງລັດຖະທຳມະນູນເຖິງປະຊາຊົນ, ຊ່ວຍໃຫ້ປະຊາຊົນເຂົ້າໃຈກ່ຽວກັບລັດຖະທຳມະນູນຫຼາຍກ່ວາອີກ:
“ການປະກອບຄຳເຫັນຍັງຈະແກ່ຍາວຈົນເຖິງເວລາຈັດການປະຊຸມຂອງສະພາແຫ່ງຊາດ. ສະນັ້ນ, ພວກເຮົາຕ້ອງຮັກສາການຮັບເອົາຄຳເຫັນຂອງປະຊາຊົນໄວ້ຢ່າງເໝາະສົມ, ບົນຈິດໃຈເໝືອນກັບບັ້ນດຳເນີນຊີວິດດ້ານກົດໝາຍທີ່ສຳຄັນເພື່ອສ້າງຮ່າງລັດຖະທຳມະນູນສຳເລັດ“.
ໃນວັນດຽວກັນ, ຄະນະກຳມາທິການຂອງສະພາແຫ່ງຊາດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະມາຄົມຊາວກະສິກອນແຂວງກວາງບິງ..... ກໍ່ໄດ້ຈັດການປະຊຸມ ເພື່ອໃຫ້ຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງເຊັ່ນດຽວກັນ.
ກ່ອນໜ້ານັ້ນ, ຄືໃນວັນທີ 10/3, ສະຫະພັນຊາວໜຸ່ມບັນດາແຂວງໃນເຂດໄຕງວຽນ ໄດ້ຈັດຕັ້ງຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍຄຳເຫັນສຳຄັນ, ໃນນັ້ນໄດ້ປະກອບຄຳເຫັນຄວນຮັກສາມາດຕາ 66 ຂອງລັດຖະທຳມະນູນປີ 1992 ຊື່ງກຳນົດສິດ ແລະ ພັນທະຂອງຊາວໜຸ່ມ ແລະ ລຸ້ນໜຸ່ມເພື່ອແນໃສ່ເສີມຂະຫຍາຍກຳລັງແຮງຂອງໄວໜຸ່ມ, ລຸ້ນໜຸ່ມໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໄວ້. ທ່ານຟານວັນມ໋າຍ (Phan Văn Mãi) ເລຂາປະຈຳສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ປະທານສະຫະພັນຊາວໜຸ່ມຫວຽດນາມ ໄດ້ຮັບຮູ້ບັນດາຄຳເຫັນຂອງຜູ້ແທນ ພ້ອມທັງຮຽກຮ້ອງໃຫ້ບັນດາພະນັກງານສະຫະພັນຊາວໜຸ່ມ ຈົ່ງເສີມຂະຫຍາຍບົດບາດປະດິດສ້າງ, ປ່ຽນໃໝ່ວິທີສຳພັດກັບບັນດາເປົ້າໝາຍຊາວໜຸ່ມ. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການເຕົ້າໂຮມ, ສາມັກຄີຊາວໜຸ່ມຊົນເຜົ່າສ່ວນໜ້ອຍ, ຊາວໜຸ່ມຖືສາສະໜາຕ່າງໆ….ສະຫະພັນຊາວໜຸ່ມຫວຽດນາມ ຍັງຈັດການພົບປະແລກປ່ຽນ, ພົບປະສົນທະນາກັບສະມາຊິກຊາວໜຸ່ມ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍ 60 ຄົນເພື່ອຮັບຟັງຄວາມໃນໃຈ, ຄວາມມຸ້ງຫວັງຂອງຊາວໜຸ່ມເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຊາວໜຸ່ມກອມມູນິດໂຮ່ຈິມິນຊຸດທີ 10 ແລະ ມະຕິກອງປະຊຸມໃຫ່ຍຊາວໜຸ່ມຂັ້ນຕ່າງໆ ເຖິງຮາກຖານຊາວໜຸ່ມຢູ່ບັນດາບ້ານ, ໂຮງຮຽນມີປະຊາຊົນຊົນເຜົ່າສ່ວນໜ້ອຍ.