ການເຄື່ອນໄຫວເບິ່ງແຍງດູແລ,ອວຍພອນບຸນເຕັດປະຊາຊົນ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ພາບ:suckhoedoisong
|
(vovworld)-ຕອນເຊົ້າວັນທີ 19/02, ກົງກັບວັນທີ 1 ຂອງບຸນເຕັດ, ເມື່ອລົງຢ້ຽມຢາມ ແລະ ອວຍພອນບຸນເຕັດ ພະນັກງານ, ນັກຮົບຕຳຫລວດນະຄອນ ດາຫນັງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ປີ 2015 ແມ່ນປີທີ່ປະເທດຊາດສະເຫລີມສະຫລອງຫລາຍເຫດການການເມືອງສຳຄັນ, ແມ່ນປີ ຈັດຕັ້ງກອງປະຊຸມໃຫຍ່ພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ. ກຳລັງຕຳຫລວດ ນະຄອນ ດາຫນັງ ຄວນສືບຕໍ່ສຳເລັດບັນດາຫນ້າທີ່, ຮັກສາຄວາມເປັນລະບຽບຮຽບຮ້ອຍດ້ານການເມືອງ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງນະຄອນ ເວົ້າສະເພາະ ແລະ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດເວົ້າລວມ.
ຕອນຄ່ຳວັນດຽວກັນ, ນະຄອນ ເກີນເທີ ກໍໄດ້ຈັດຕັ້ງລາຍການສິລະປະຕ້ອນຮັບລະດູບານໃຫມ່ປີມະແມ. ນະທີ່ນີ້ ຄະນະຊີ້ນຳເຂດ ຕາເວັນຕົກພາກໃຕ້ ໄດ້ມອບຂອງຂວັນ 250 ພູດ ໃຫ້ແກ່ບັນດາກຳມະກອນທີ່ທຸກຍາກ ຢູ່ 4 ແຂວງ ເກີນເທີ, ຫວີງລອງ, ຊອກຈັງ ແລະ ເຫົ້າຢາງ ແລະ ນັກຮົບເກົ່ານະຄອນ ເກີນເທີ. ທ່ານເລວັນເນບ, ນັກຮົບເກົ່ານະຄອນ ເກີນເທີ ແບ່ງປັນວ່າ:
“ຂ້າພະເຈົ້າດີໃຈຫລາຍ ເມື່ອໄດ້ເຫັນວ່າ ພັກ ແລະ ລັດ ຍາມໃດກໍເອົາໃຈໃສ່ເຖິງບັນດານັກຮົບເກົ່າທີ່ທຸກຍາກ. ຂອງຂວັນໄດ້ຮັບໃນມື້ນີ້ແມ່ນມີຄວາມໝາຍທີ່ສຸດ. ຂ້າພະເຈົ້າຫວັງວ່າ ປີໃຫມ່ ມີຊີວິດອີ່ມໜຳສຳລານກວ່າ.”