ການເຄື່ອນໄຫວແທດຈິງຫລາຍຢ່າງເນື່ອງໃນໂອກາດວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ

ການເຄື່ອນໄຫວແທດຈິງຫລາຍຢ່າງເນື່ອງໃນໂອກາດວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ - ảnh 1
ພາບປະກອບ

 (vovworld)-​ ວັນ​ທີ 5/8 ປະ​ທານ​ສະ​ມາ​ຄົມ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້​ມ/ ດີ​ໂອ​ຊີນ ຫວຽດ​ນາມ, ພັນ​ໂທ ຫງວຽນ​ວັນ​​ຮີງ​ໃຫ້​ຮູ້​ວ່າ: ເນື່ອງ​ໃນ ວັນ​ເພື່ອ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້​ມ/ ດີ​ໂອ​ຊີນ 10/8 ແລະ ​ສະ​ຫລອງ 53 ປີ ມະ​ຫາ​ໄພທາດ​ຜິດ​ສີ​ສົ້ມ/ດີ​ໂອ​ຊີນ ຢູ່​ຫວຽດ​ນາມ ( 1961-2014), ​ສະ​ມາ​ຄົມ​ທຸກ​ຂັ້ນ​ຈາກ​ສູນ​ກາງ ​ລົງທ​ອ້ງ​ຖິ່ນ​ຈະ​ຈັດ​ຕັ້ງ​ການ​ເຄື​່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ, ​ໂດຍສະ​ເພາະ​ແມ່ນ​​ການ ​ເຄື່ອນ​ໄຫວ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ມອບ​ຂອງ​ຂັວນ, ຢ້ຽມ​ຢາມ​ຖາມ​ຂ່າວ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ. ບັນ​ດາ​ການ​ເຄື່ອນ​ໄຫວນີ້​​ຈະ ​ປະ​ກອບ​ສ່ວນ​ຍົກ​ສູງຄວາມ​ຮັບ​ຮູ້​ຂອງ​ ​​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​​ພາຍໃນ​ປະ​ເທດ, ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນກ່ຽວ​ກັບ​ມະ​ຫາ​ໄພ​ທາດ​ຜິດ​ສີ​ສົ້ມ/​ດີ​ໂອ​ຊີນ ຢູ່​ຫວຽດ​ນາມ; ກິດ​ຈະ​ການແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກສົງ​ຄາມ​ເຄ​ມີຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ. ພ້ອມ​​ທັງປະ​ກອບ​ສ່ວນ​ຂົນ​ຂວາຍ​ບັນ​ດາແຫຼ່ງ​ກຳ​ລັງ​ສັງ​ຄົມ ເພື່ອ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​, ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ໜູນ​​ຊ່ວຍການ​ຕໍ່​ສູ້​ເພື່ອ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ບັນ​ດາ ຜູ້ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້​ມ/ ​ດີ​ໂອ​ຊີນ ຫວຽດ​ນາມ ; ເຊີດ​ຊູ້​ບັນ​ດາ​ຜູ້​ມີ​ໃຈ​ບຸນ ເພື່ອຜູ້ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້​ມ ; ຍ້ອງ​ຍໍ ຜູ້ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້​ມທີ່​ເປັນແບບ​ຢ່າງ​​ໃນ​ການຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ບືນ​ຕົວ​ຂຶ້ນ​.

ຂ່າວ/ບົດ​ອື່ນ