ການເຄື່ອນໄຫວແທດຈິງຫຼາຍຢ່າງສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາແລະວັນຊາດທີ2/9ຄົບຮອບ71ປີ
(ພາບປະກອບ)
(vovworld) – ເນື່ອງໃນໂອກາດ ສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2/9 ຄົບຮອບ 71 ປີ, ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວດ້ານວັດທະນະທຳ ແລະ ກິລາ ຫຼາຍຢ່າງ ເພື່ອແນໃສ່ສ້າງບັນຍາກາດມ່ວນຊື່ນ ໃນບັນດາວັນບຸນໃຫຍ່ ຂອງປະເທດຊາດ. ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວນີ້ ແມ່ນລາຍການສິລະປະ ທີ່ມີຂອບຂະໜາດໃຫຍ່ ຢູ່ໃຈກາງເມືອງຮ່າດົງ ໃນຕອນຄ່ຳ ວັນທີ 19/8. ໃນວັນທີ 2/9, ຈະດຳເນີນບັນດາລາຍການສິລະປະພ້ວມກັນ ຢູ່: ສະໜາມຫຼວງປະຕິວັດເດືອນສິງຫາ, ສະໜາມຫຼວງດົງກິງເຫງ້ຍທຸກ, ສະໜາມກິລາໝີດິ່ງ, ໃຈກາງເທດສະບານເຊີນໄຕ… ແລະ ສະຖານທີ່ສາທາລະນະອີກຫຼາຍແຫ່ງ ຢູ່ໃຈກາງເມືອງຕ່າງໆ. ປີນີ້, ນະຄອນຫຼວງຮ່າໂນ້ຍ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວດ້ານວັດທະນະທຳ, ສິລະປະວັດນະຄະດີຫຼາຍຢ່າງ ຢູ່ບັນດາເຂດອຸດສາຫະກຳ ຮັບໃຊ້ຊີວິດທາງດ້ານຈິດໃຈຂອງກຳມະກອນ. ນອກ ຈາກນັ້ນ, ນະຄອນຫຼວງ ຍັງມີການເຄື່ອນໄຫວດ້ານຖະແຫຼງຂ່າວ, ໂຄສະນາເຜີຍແຜ່ຫຼາຍ ຢ່າງ, ໂອ້ລົມສົນທະນາ ກ່ຽວກັບ ຫົວຂໍ້ ການປະຕິວັດເດືອນສິງຫາ ແລະ ວັນຊາດ ທີ 2/9 ຢູ່ບັນດາຂະແໜງການຂັ້ນຕ່າງໆ; ຈັດຕັ້ງການແຂ່ງລົດຖີບ ຮ່າໂນ້ຍ ເປີດກວ້າງ ໃນວັນທີ 28/8 ຢູ່ບໍລິເວນໜອງຮ່ວານກ໋ຽມ.