ການເຈລະຈາ 2+2 ອິນເດຍ-ອາເມລິກາ: ປັບປຸງການພົວພັນດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ

(VOVWORLD) -ລັດຖະມົນຕີທັງ 2 ທ່ານກໍ່ໄດ້ປຶກສາຫາລືຫຼາຍບັນຫາສຳຄັນອື່ນໆຄື: ສັນຕິພາບຢູ່ ອາບການິດສະຖານ, ຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລ...

ການເຈລະຈາ 2+2 ອິນເດຍ-ອາເມລິກາ: ປັບປຸງການພົວພັນດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ - ảnh 1 ບັນດາລັດຖະມົນຕີເຂົ້າຮ່ວມການເຈລະຈາ 2+2

(ພາບ: ANI)

ການເຈລະຈາ 2+2 ລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນປະເທດອິນເດຍ - ອາເມລິກາ ຄັ້ງທີ 3 ດຳເນີນໃນວັນທີ 27 ຕຸລາ, ຢູ່ນະຄອນຫຼວງ ນິວເດລີ, ປະເທດອິນເດຍ. ທີ່ກອງປະຊຸມ, ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດຂອງ 2 ປະເທດໄດ້ຢືນຢັນຄວາມສຳຄັນຂອງການຮ່ວມມື 2 ຝ່າຍ ໃນສະພາບທັງອາເມລິກາ ແລະ ອິນເດຍ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍລວມ. ອິນເດຍ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກຄື ຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລ ແລະ ຕ້ານການກໍ່ການຮ້າຍ.

        ທີ່ການເຈລະຈາຄັ້ງນີ້, ລັດຖະມົນຕີທັງ 2 ທ່ານກໍ່ໄດ້ປຶກສາຫາລືຫຼາຍບັນຫາສຳຄັນອື່ນໆຄື: ສັນຕິພາບຢູ່ ອາບການິດສະຖານ, ຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລ, ການຮັບມືກັບໂລກລະບາດໂຄວິດ-19 ແລະ ການຮ່ວມມືພັດທະນາວັກຊິນ ຕ້ານເຊື້ອພະຍາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ